ທ່ານຫວາງຢີ້ຈະເຂົ້າຮ່ວມກອງປະຊຸມຄວາມໝັ້ນຄົງມິວນິກຄັ້ງທີ 60 ແລະ ຢ້ຽມຢາມແອສປາຍ ແລະ ຝຣັ່ງ

2024-02-15 15:50:29 cri

ທ່ານນາງມາວນິງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານຄຣີສໂທຟ ເຮວສະເກນ ປະທານສະພາຄວາມໝັ້ນຄົງມິວນິກ, ທ່ານໂຈເຊ ມານູເອວ ອານບາເຣສ ລັດຖະມົນຕີກະຊວງການຕ່າງປະເທດແອສປາຍ ແລະ ທ່ານເອັມມານູເອວ ໂບນເນ ທີ່ເປິກສາດ້ານວຽກງານການຕ່າງປະເທດຂອງປະທານາທິບໍດີຝຣັ່ງ, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ ລັດຖະມົນຕີກະຊວງການຕ່າງປະເທດຈີນຈະເດີນທາງໄປເຂົ້າຮ່ວມກອງປະຊຸມຄວາມໝັ້ນຄົງມິວນິກຄັ້ງທີ 60 ທີ່ຈະຈັດຂຶ້ນລະຫວ່າງວັນທີ 16 ຫາ 21 ກຸມພານີ້ ແລະ ຈະກ່າວປາຖະກະຖາໃນກິດຈະກຳ “ສະເພາະຈີນ” ໂດຍຈະເຜີຍແຜ່ຫຼັກໝັ້ນຂອງຈີນກ່ຽວກັບບັນຫາສາກົນທີ່ສຳຄັນ ໂດຍປິ່ນອ້ອມຫົວຂໍ້ກອງປະຊຸມ, ຈາກນັ້ນ, ທ່ານຫວາງຢີ້ຈະເດີນທາງໄປຢ້ຽມຢາມແອສປາຍ ແລະ ຝຣັ່ງ ພ້ອມທັງຈະເຂົ້າຮ່ວມກອງປະຊຸມສົນທະນາທາງຍຸດທະສາດຈີນ-ຝຣັ່ງຢູ່ຝຣັ່ງ.


ໂຄສົກທ່ານນີ້ຍັງກ່າວຕື່ມວ່າ: ກອງປະຊຸມຄວາມໝັ້ນຄົງມິວນິກແມ່ນກອງປະຊຸມເວທີເປິກສາຫາລືປະຈຳປີດ້ານຍຸດທະສາດສາກົນ ແລະ ນະໂຍບາຍຄວາມໝັ້ນຄົງທີ່ມີອິດທິພົນໃນທົ່ວໂລກ. ທ່ານຫວາງຢີ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຈະເຜີຍແຜ່ຈຸດຢືນຂອງຈີນ ກ່ຽວກັບການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ແລະ ສົ່ງເສີມການສ້າງໂລກແຫ່ງຫຼາຍຂົ້ວທີ່ສະເໝີພາບ ແລະ ເປັນລະບຽບຮຽບຮ້ອຍ.