ຮົງກົງເປີດເຜີຍແຜນການປະກອບອາຊີບສໍາລັບຊາວໜຸ່ມເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາກາວປີ 2024

2024-02-16 15:34:20 cri


ອົງການປົກຄອງເຂດບໍລິຫານພິເສດຮົງກົງໄດ້ປະກາດ "ແຜນການປະກອບອາຊີບສໍາລັບຊາວຫນຸ່ມໃນເຂດອ່າວໃຫຍ່ກວາງຕຸ້ງ-ຮົງກົງ-ມາກາວ" ປີ 2024 ໃນວັນທີ 15 ກຸມພານີ້ ແລະ ປຸກລະດົມໃຫ້ບໍລິສັດຕ່າງໆສະໜອງຕຳແໜ່ງງານ.


ນັບແຕ່ປີ 2024 ເປັນຕົ້ນໄປ, ນອກຈາກຈະຮັບໃບຂໍສະໝັກງານຈາກຊາວໜຸ່ມທີ່ໄດ້ມາດຕະຖານ ແລະ ໃຫ້ບໍລິສັດຕ່າງໆສະໜອງຕຳແໜ່ງງານທີ່ວ່າງຢູ່ໃນຕະຫຼອດປີແລ້ວ, ຍັງຈະໃຊ້ມາດຕະການທີ່ຄ່ອງແຄ້ວ ເພື່ອໃຫ້ບໍລິສັດຕ່າງໆສາມາດຮ້ອງຂໍການແກ່ຍາວເວລາການສົ່ງຊາວໜຸ່ມເຂົ້າມາເຮັດວຽກຢູ່ເຂດຮົງກົງ ຫຼື ໄປເຮັດວຽກຢູ່ເມືອງຕ່າງໆຂອງແຜ່ນດິນໃຫຍ່ຈີນທີ່ຢູ່ນອກເຂດອ່າວໃຫຍ່ ຕາມຄວາມຕ້ອງການທາງທຸລະກິດຂອງບໍລິສັດຕົນ ແລະ ຮັບຈ້າງຊາວໜຸ່ມທີ່ເຄີຍມາຝຶກງານໃນບໍລິສັດຕົນ.


ວິສາຫະກິດທີ່ດໍາເນີນທຸລະກິດຢູ່ເຂດຮົງກົງ ແລະ ຕົວເມືອງຂອງແຜ່ນດິນໃຫຍ່ຈີນໃນເຂດອ່າວໃຫຍ່ ສາມາດເຂົ້າຮ່ວມໃນແຜນການດັ່ງກ່າວ. ບໍລິສັດໃດຮັບຈ້າງຊາວໜຸ່ມແຕ່ລະຄົນ ອຳນາດການປົກຄອງຂອງຮົງກົງຈະສະໜອງເງິນອຸດໜູນໃຫ້ແກ່ບໍລິສັດ 10,000 ໂດລາຮົງກົງ ແລະ ກຳນົດເວລາສູງສຸດ 18 ເດືອນ.