ຈຳນວນຜູ້ໂດຍສານຜ່ານສະໜາມບິນສາກົນມາກາວໃນ 5 ມື້ພັກບຸນກຸດຈີນໄດ້ເພີ່ມຂຶ້ນ 2,4 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ

2024-02-16 12:31:31 cri

ເຈົ້າໜ້າທີ່ສະໜາມບິນສາກົນມາກາວກ່າວໃນວັນທີ 15 ກຸມພານີ້ວ່າ: ໃນໄລຍະບຸນກຸດຈີນປີ 2024, ນັບແຕ່ມື້ຂຶ້ນໜຶ່ງຄ່ຳຫາຫ້າຄ່ຳເດືອນຈຽງ ຄືລະຫວ່າງວັນທີ 10 ຫາ 14 ກຸມພານີ້, ສະໜາມບິນສາກົນມາກາວໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 110.000 ກວ່າເທື່ອຄົນ, ເພີ່ມຂຶ້ນ 2,4 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ການຂຶ້ນບິນ ແລະ ລົງຈອດຂອງເຮືອບິນມີຫຼາຍກວ່າ 800 ກວ່າເທື່ອລຳ, ເພີ່ມຂຶ້ນ 2 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.


ໃນນັ້ນ, ຈຳນວນຂົນສົ່ງຜູ້ໂດຍສານໃນມື້ຂຶ້ນຫ້າຄ່ຳເດືອນຈຽງມື້ດຽວມີຫຼາຍກວ່າ 25.000 ເທື່ອຄົນ, ໄດ້ສ້າງສະຖິຕິໃໝ່ໃນການຂົນສົ່ງຜູ້ໂດຍສານໃນວັນດຽວນັບແຕ່ປີ 2023 ເປັນຕົ້ນມາ.