ໃນໄລຍະພັກບຸນກຸດຈີນ, ປະຊາຊົນເຂົ້າ-ອອກດ່ານຕ່າງໆຂອງເຂດມາກາວບັນລຸປະມານ 4,03 ລ້ານເທື່ອຄົນແລ້ວ

2024-02-17 15:21:19 cri


ຕາມຂໍ້ມູນທີ່ກອງຕຳຫຼວດຮັກສາຄວາມສະຫງົບເຂດບໍລິຫານພິເສດມາກາວເປີດເຜີຍໃນວັນທີ 16 ກຸມພານີ້ໄດ້ສະແດງໃຫ້ເຫັນວ່າ, ຈຳນວນຄົນເຂົ້າອອກເຂດມາກາວໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍໃນໄລຍະພັກບຸນກຸດຈີນ. ນັບແຕ່ວັນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຫາວັນຂຶ້ນຫົກຄ່ຳເດືອນຈຽງປີນີ້ຕາມຈັນທະຄະຕິຈີນ, ມີຄົນເຂົ້າ-ອອກດ່ານຕ່າງໆຂອງເຂດມາກາວໄດ້ບັນລຸປະມານ 4,03 ລ້ານເທື່ອຄົນ, ສະເລ່ຍແລ້ວມີ 576,000 ເທື່ອຄົນຕໍ່ມື້, ເພີ່ມຂຶ້ນ 77,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້ ແລະ ເພີ່ມຂຶ້ນ 102,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019.