ຈຳນວນຂົນສົ່ງຜູ້ໂດຍສານຂອງສະໜາມບິນໃຫຍ່ 3 ແຫ່ງໃນເກາະໄຫຫຼຳໄດ້ສ້າງສະຖິຕິໃໝ່

2024-02-17 12:31:35 cri

ວັນທີ 16 ກຸມພານີ້, ແຫຼ່ງຂ່າວຈາກກຸ່ມສະໜາມບິນໄຫຫຼຳໃຫ້ຮູ້ວ່າ: ວັນທີ 15 ກຸມພານີ້, ສະໜາມບິນເໝີຍລານນະຄອນໄຫໂຂ, ສະໜາມບິນເຟີ້ງຮວງນະຄອນຊານຢ້າ ແລະ ສະໜາມບິນໂປອາວນະຄອນສົງໄຫ ທີ່ຂຶ້ນກັບກຸ່ມສະໜາມບິນໄຫຫຼຳ ໄດ້ສຳເລັດການຂຶ້ນບິນ ແລະ ລົງຈອດຖ້ຽວບິນ 1.086 ເທື່ອລຳ ແລະ ຂົນສົ່ງຜູ້ໂດຍສານ 209.000 ເທື່ອຄົນ, ສະເລ່ຍຕໍ່ມື້ແລ້ວຕ່າງໄດ້ເພີ່ມຂຶ້ນ 8,3% ແລະ 15,5% ຕາມລຳດັບເມື່ອທຽບໃສ່ປີ 2023, ຈຳນວນຂົນສົ່ງຜູ້ໂດຍສານໃນວັນດຽວໄດ້ສ້າງສະຖິຕິໃໝ່ໃນປະຫວັດສາດ. ຄາດວ່າ, ສະໜາມບິນໃຫຍ່ 3 ແຫ່ງດັ່ງກ່າວຈະມີ 13 ວັນໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 2 ແສນເທື່ອຄົນຕໍ່ວັນ ໃນໄລຍະຂົນສົ່ງຊ່ວງບຸນກຸດຈີນທີ່ເປັນເວລາ 40 ວັນ.


ໃນຂະນະດຽວກັນ, ໃນໄລຍະພັກບຸນກຸດຈີນທີ່ຜ່ານໄປ 6 ວັນ, ສະໜາມບິນໃຫຍ່ 3 ແຫ່ງຂອງເກາະໄຫຫຼຳໄດ້ສຳເລັດການຂຶ້ນບິນ ແລະ ລົງຈອດຖ້ຽວບິນ 6.474 ເທື່ອລຳ ແລະ ຂົນສົ່ງຜູ້ໂດຍສານຫຼາຍກວ່າ 1,22 ລ້ານເທື່ອຄົນ.