ຈີນຈະສ້າງເຂື່ອນໄຟຟ້າຂະໜາດນ້ອຍສີຂຽວສາທິດເພີ່ມອີກ 80 ກວ່າແຫ່ງໃນປີນີ້

2024-02-17 15:23:34 cri


ຫວ່າງມໍ່ໆມານີ້, ກະຊວງຊົນລະປະທານຈີນ ໄດ້ເປີດເຜີຍຈຸດສຳຄັນຂອງວຽກງານຊົນລະປະທານ ແລະ ໄຟຟ້ານຳຕົກຢູ່ຊົນນະບົດໃນປີ 2024 ໂດຍລະບຸວ່າ ຈະສືບຕໍ່ຊຸກຍູ້ການພັດທະນາພະລັງງານໄຟຟ້ານ້ຳຕົກຂະໜາດນ້ອຍສີຂຽວ ແລະ ຈະສ້າງເຂື່ອນໄຟຟ້ານ້ຳຕົກຂະໜາດນ້ອຍສີຂຽວສາທິດເພີ່ມອີກ 80 ກວ່າແຫ່ງໃນປີນີ້.


ເຈົ້າໜ້າທີ່ກົມຊົນລະປະທານ ແລະ ໄຟຟ້ານ້ຳຕົກຊົນນະບົດ ກະຊວງຊົນລະປະທານຈີນກ່າວວ່າ: ຈະເພີ່ມຄວາມເຂັ້ມງວດໃນການສ້າງເຂື່ອນໄຟຟ້ານ້ຳຕົກຂະໜາດນ້ອຍສີຂຽວສາທິດ, ເພີ່ມທະວີການຝຶກອົບຮົມກ່ຽວກັບການສ້າງເຂື່ອນໄຟຟ້ານ້ຳຕົກສາທິດ, ກວດສອບການສ້າງເຂື່ອນໄຟຟ້ານ້ຳຕົກຢ່າງເຂັ້ມງວດ. ຕິດຕາມຄຸ້ມຄອງເຂື່ອນໄຟຟ້າສາທິດຢ່າງເຂັ້ມງວດ. ໃນປີ 2024, ຈະສ້າງເຂື່ອນໄຟຟ້າຂະໜາດນ້ອຍສີຂຽວສາທິດເພີ່ມອີກ 80 ກວ່າແຫ່ງ ທັງຈະປະສານງານເພື່ອວາງນະໂຍບາຍກະຕຸກຊຸກຍູ້ຢ່າງຕັ້ງໜ້າ.


ເຂື່ອນໄຟຟ້ານ້ຳຕົກຂະໜາດນ້ອຍສີຂຽວສາທິດ ມີບົດບາດສາທິດໃນດ້ານການປົກປັກຮັກສາ ແລະ ຟື້ນຟູລະບົບນິເວດຂອງແມ່ນ້ຳ ແລະ ໜອງບຶງ, ການສ້າງມາດຕະຖານຂອງການຜະລິດຢ່າງປອດໄພ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນ. ການສ້າງເຂື່ອນໄຟຟ້າສາທິດແມ່ນຂໍ້ກະແຈສໍາຄັນແຫ່ງການເລັ່ງລັດການພັດທະນາການຫັນເປັນສີຂຽວຂອງເຂື່ອນໄຟຟ້ານ້ຳຕົກຂະໜາດນ້ອຍ.