ການທ່ອງທ່ຽວພາຍໃນປະເທດຈີນໃນຍາມພັກບຸນກຸດຈີນເພີ່ມຂຶ້ນ 34,3% ເມື່ອທຽບກັບໄລຍະດຽວກັນປີກາຍນີ້

2024-02-19 10:53:12 CRI

 

     ສູນຂໍ້ມູນຂອງກະຊວງວັດທະນະທຳ ແລະ ການທ່ອງທ່ຽວຈີນແຈ້ງໃຫ້ຮູ້ວ່າ: ໃນໄລຍະເວລາ 8 ວັນເຊິ່ງເປັນຍາມພັກບຸນກຸດຈີນ, ນັກທ່ອງທ່ຽວຈີນທີ່ທ່ຽວຢູ່ພາຍໃນປະເທດບັນລຸເຖິງ 474 ລ້ານເທື່ອຄົນ, ເພີ່ມຂຶ້ນ 34,3% ເມື່ອທຽບກັບໄລຍະດຽວກັນຂອງປີກາຍນີ້ ແລະ ເພີ່ມຂຶ້ນ 19,0% ເມື່ອທຽບກັບໄລຍະດຽວກັນຂອງປີ 2019. ສ່ວນຄ່າໃຊ້ຈ່າຍຂອງນັກທ່ອງທ່ຽວຈີນທັງໝົດບັນລຸເຖິງ 632 ຕື້ 687 ລ້ານຢວນ, ເພີ່ມຂຶ້ນ 47,3% ເມື່ອທຽບກັບໄລຍະດຽວກັນຂອງປີກາຍນີ້ ແລະ ເພີ່ມຂຶ້ນ7,7% ເມື່ອທຽບກັບໄລຍະດຽວກັນປີ 2019.



     ພາຍໃຕ້ນະໂຍບາຍທີ່ມີຜົນດີຕ່າງໆ ເຊັ່ນ: ການຍົກເລີກວິຊາເຊິ່ງກັນແລະກັນ,ການຜ່ານດ່ານສະດວກກວ່າເກົ່າ ,ການຟື້ນຟູຖ້ຽວບິນ ແລະອື່ນໆ, ນັກທ່ອງທ່ຽວຈີນໄປທ່ຽວຢູ່ຕ່າງປະເທດ ແລະ ນັກທ່ອງທ່ຽວຕ່າງປະເທດມາທ່ຽວຢູ່ຈີນກໍ່ໄດ້ຮັບການຟື້ນຟູ ແລະ ພັດທະນາຢ່າງວ່ອງໄວ. ການທ່ອງທ່ຽວເຂົ້າເມືອງ ແລະ ອອກເມືອງມີປະມານ 6.830.000 ເທື່ອຄົນ, ໃນນັ້ນ, ການທ່ອງທ່ຽວອອກເມືອງມີປະມານ 3.600.000 ເທື່ອຄົນ, ຕົ້ນຕໍແມ່ນ “ການທ່ອງທ່ຽວຂ້າມຊາດໄລຍະທາງສັ້ນ” ເຊິ່ງໄປທ່ຽວເຂດຮົງກົງ ມາກາວ, ຍີ່ປຸ່ນແລະສ.ເກົາຫຼີ ພ້ອມທັງອາຊີຕາເວັນອອກສຽງໃຕ້, ການທ່ອງທ່ຽວສິງກະໂປ ມະເລເຊຍ ແລະ ໄທທີ່ຈັດຕັ້ງປະຕິບັດໂດຍຜ່ານບໍລິສັດການທ່ອງທ່ຽວຈຳນວນໜຶ່ງໄດ້ຟື້ນຟູຮອດລະດັບໄລຍະດຽວກັນຂອງປີ 2019 ໃນຂັ້ນພື້ນຖານ.