ລາຍຮັບ-ລາຍຈ່າຍສາກົນຂອງຈີນໃນປີ 2023 ໄດ້ຮັກສາຄວາມດຸນດ່ຽງໂດຍພື້ນຖານ

2024-02-19 15:52:36 CRI

 

ຫວ່າງກ່ອນນີ້ບໍ່ດົນ, ກົມຄຸ້ມຄອງເງິນຕາຕ່າງປະເທດແຫ່ງຊາດຈີນໄດ້ເຜີຍແຜ່ຕົວເລກຂໍ້ມູນເບື້ອງຕົ້ນດ້ານລາຍຮັບ-ລາຍຈ່າຍສາກົນໃນໄຕມາດທີ 4 ປີ 2023 ແລະລາຍຮັບ-ລາຍຈ່າຍສາກົນໝົດປີ 2023 ຂອງຈີນ.

 

ທ່ານນາງຫວາງຊູນຢີ່ງ, ຮອງຫົວໜ້າທັງເປັນໂຄສົກຂອງກົມຄຸ້ມຄອງເງິນຕາຕ່າງປະເທດແຫ່ງຊາດຈີນກ່າວວ່າ: ໃນປີ 2023 ລາຍຮັບ-ລາຍຈ່າຍສາກົນຂອງຈີນໄດ້ຮັກສາຄວາມດຸນດ່ຽງໂດຍພື້ນຖານ. ໃນປີ 2023, ເສດຖະກິດຈີນໄດ້ຮັບການຟື້ນຟູຢ່າງຕໍ່ເນື່ອງ, ຄວາມໜຽວແໜ້ນດ້ານການຄ້າຕໍ່ຕ່າງປະເທດໄດ້ຮັບການເພີ່ມຂຶ້ນ, ຂະໜາດການຄ້າຂາເຂົ້າຂາອອກດ້ານສິນຄ້າໄດ້ເພີ່ມຂຶ້ນຕໍ່ໄຕມາດ, ເຊິ່ງເປັນການຄ້ຳຊູຕໍ່ການຮັກສາການໄດ້ປຽບດຸນການຄ້າທີ່ມີຂະໜາດໃຫຍ່ສົມຄວນຂອງຈີນ.

 

ເມື່ອມຸ່ງໜ້າສູ່ປີ 2024, ເງື່ອນໄຂທີ່ມີຜົນດີໃນການພັດທະນາຂອງຈີນແມ່ນຫຼາຍດີກວ່າປັດໄຈທາງລົບ, ທ່ວງທ່າພື້ນຖານທີ່ມີທ່າອ່ຽງຟື້ນຟູໄປທິດທາງທີ່ດີ, ແລະຈະໄປໃນແງ່ດີໃນໄລຍະຍາວບໍ່ໄດ້ປ່ຽນແປງ; ການຄວາມຄາດໝາຍໂດຍທົ່ວໄປຂອງຕະຫຼາດວ່າ: ທະນາຄານກາງຂອງອົງກອນເສດຖະກິດທີ່ພັດທະນາຕົ້ນຕໍຈະເຂົ້າສູ່ໄລຍະປັບຫຼຸດດອກເບ້ຍລົງ, ເງື່ອນໄຂດ້ານການທະນາຄານພາຍນອກຈະມີທ່າອ່ຽງຜ່ອນຄາຍກວ່າເກົ່າ. ຄຽງຄູ່ກັບສະພາບແວດລ້ອມທັງພາຍໃນແລະພາຍນອກດີຂຶ້ນໂດຍລວມ, ລາຍຮັບ-ລາຍຈ່າຍສາກົນຂອງຈີນແມ່ນມີພື້ນຖານແລະເງື່ອນໄຂຫຼາຍກວ່າເກົ່າໃນການຮັກສາຄວາມດຸນດ່ຽງໂດຍພື້ນຖານ.