ຮອງລັດຖະມົນຕີກະຊວງການຕ່າງປະເທດຈີນຈະຕາງໜ້າຝ່າຍຈີນເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ G20

2024-02-22 10:23:28 CRI

   ວັນທີ 21 ກຸມພານີ້, ທ່ານນາງເມົານີງ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານຈັດກອງປະຊຸມຖະແຫຼງຂ່າວ.


 

    ມີນັກຂ່າວຖາມວ່າ ຈີນຈະສົ່ງຜູ້ແທນເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດG20ຫຼືບໍ່, ທ່ານນາງເມົານີງຊີ້ອອກວ່າ: ທ່ານຫວາງຢີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນຍ້ອນສາເຫດວາລະປະຈຳວັນຈຶ່ງບໍ່ສາມາດເຂົ້າຮ່ວມກອງປະຊຸມເທື່ອນໍ່ໄດ້, ທ່ານໄດ້ມອບສິດໃຫ້ແກ່ທ່ານມາຈ່າວສຸ້ຍ ຮອງລັດຖະມົນຕີກະຊວງການຕ່າງປະເທດຈີນເປັນຜູ້ຕາງໜ້າຈີນເຂົ້າຮ່ວມກອງປະຊຸມແທນແລ້ວ.