ທ່ານສີຈິ້ນຜິງ ແລະ ທ່ານຊາຊູ ປະທານາທິບໍດີສ.ກົງໂກໄດ້ສົ່ງສານຊົມເຊີຍສປຈີນ-ສາທາລະນະລັດກົງໂກສ້າງສາຍພົວພັນທາງການທູດຄົບຮອບ 60 ປີເຊິ່ງກັນແລະກັນ

2024-02-23 11:22:36 CRI

     ວັນທີ 22 ກຸມພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ ກັບ ທ່ານເດນິສຊາຊູ-ເອນກູໂຊ ປະທານາທິບໍດີສາທາລະນະລັດກົງໂກໄດ້ສົ່ງສານຊົມເຊີຍໃຫ້ແກ່ກັນເນື່ອງໃນໂອກາດສປຈີນ ກັບ ສາທາລະນະລັດກົງໂກສ້າງສາຍພົວພັນທາງການທູດຄົບຮອບ 60 ປີ.


    ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງຊີ້ອອກວ່າ: ນັບແຕ່ສອງປະເທດສ້າງສາຍພົວພັນທາງການທູດເປັນເວລາ 60 ປີມານີ້ີ້, ບໍ່ວ່າສະຖານະການສາກົນຈະປ່ຽນແປງແນວໃດ, ສອງປະເທດກໍ່ໄດ້ຮ່ວມມືກັນຢ່າງຈິງໃຈ, ເກາະແຂນກັນພັດທະນາ, ກາຍເປັນເພື່ອນມິດທີ່ດີໂດຍມີຄວາມໄວ້ເນື້ອເຊື່ອກັນດ້ານການເມືອງ ແລະ ໝູ່ຄູ່ທີ່ດີໂດຍມີການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດທາງເສດຖະກິດ.ຂ້າພະເຈົ້າເອົາໃຈໃສ່ນຳການຂະຫຍາຍການພົົົວພັນຈີນ-ສາທາລະນະລັດກົງໂກໃນລະດັບສູງ, ຍິນດີພະຍາຍາມຮ່ວມກັບທ່ານປະທານາທິບໍດີຊາຊູ, ຖືສອງປະເທດສ້າງສາຍພົວພັນທາງການທູດຄົບຮອບ 60 ປີເປັນຈຸດເລີ່ມຕົ້ນໃໝ່,ຮ່ວມກັນກໍ່ສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຟຣິກາທີ່ມີລະດັບສູງ.

 

    ເນື້ອໃນສານຊົມເຊີຍຂອງທ່ານເດນິສ ຊາຊູ-ເອນກູໂຊຂຽນວ່າ: ນັບແຕ່ສາທາລະນະລັດກົງໂກ ແລະ ສປຈີນໄດ້ສ້າງສາຍພົວພັນທາງການທູດເປັນເວລາ 60 ປີມານີ້, ສອງຝ່າຍໄດ້ດຳເນີນການຮ່ວມມືຢ່າງກວ້າງຂວາງບົນພື້ນຖານທີ່ໄວ້ເນື້ອເຊື່ອໃຈກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະໄດ້ຮັບໝາກຜົນຢ່າງອຸດົມສົມບູນ. ຂ້າພະເຈົ້າຍິນດີປັບປຸງການຮ່ວມມືມິດຕະພາບລະຫວ່າງສາທາລະນະລັດກົງໂກ-ສປຈີນໃຫ້ໝັ້ນຄົງຕື່ມອີກ,ປະກອບສ່ວນອັນຕັ້ງໜ້າເຂົ້າໃນການຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຟຣິກາທີ່ມີລະດັບສູງ.