ທ່ານສີຈິ້ນຜິງເປັນປະທານກອງປະຊຸມຄັ້ງທີ 4 ຂອງຄະນະກຳມະການການເງິນແລະເສດຖະກິດສູນກາງຈີນ

2024-02-24 11:41:11 CRI

     ຕອນບ່າຍວັນທີ 23 ກຸມພານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນ ປະທານຄະນະກຳມະການການເງິນແລະເສດຖະກິດສູນກາງຈີນໄດ້ເປັນປະທານກອງປະຊຸມຄັ້ງທີ 4 ຂອງຄະນະກຳມະການການເງິນແລະເສດຖະກິດສູນກາງຈີນ ໂດຍໄດ້ຄົ້ນຄວ້າບັນຫາຕ່າງໆເຊັ່ນ: ການປ່ຽນລຸ້ນຍົກລະດັບອຸປະກອນຂະໜາດໃຫຍ່ ແລະການແລກປ່ຽນເອົາເຄື່ອງບໍລິໂພກແບບໃໝ່ດ້ວຍແບບເກົ່າ, ພ້ອມທັງໄດ້ຄົ້ນຄວ້າບັນຫາການຫຼຸດຕົ້ນທຶນດ້ານການຈໍລະຈອນສິນຄ້າທົ່ວສັງຄົມໃຫ້ຕ່ຳລົງຢ່າງມີປະສິດທິຜົນ. ທ່ານສີຈິ້ນຜິງໄດ້ກ່າວຄຳປາໄສອັນສຳຄັນໃນກອງປະຊຸມໂດຍກ່າວເນັ້ນວ່າ: ການເລັ່ງລັດການປ່ຽນລຸ້ນໃໝ່ຂອງຜະລິດຕະພັນແມ່ນມາດຕະການສຳຄັນໃນການຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ, ຕ້ອງສົ່ງເສີມ ແລະຊີ້ນຳໃຫ້ມີການຍົກລະດັບອຸປະກອນຂະໜາດໃຫຍ່ຮອບໃໝ່ ແລະ ການແລກປ່ຽນເອົາເຄື່ອງບໍລິໂພກແບບໃໝ່ດ້ວຍແບບເກົ່າ. ການຈໍລະຈອນສິນຄ້າແມ່ນເສັ້ນເອັນຂອງເສດຖະກິດຮູບປະທຳ, ສາມາດເຊື່ອມຕໍ່ການຜະລິດ ແລະການບໍລິໂພກ, ການຄ້າພາຍໃນ ແລະການຄ້າກັບຕ່າງປະເທດໄດ້, ຕ້ອງຫຼຸດຕົ້ນທຶນດ້ານການຈໍລະຈອນສິນຄ້າທົ່ວສັງຄົມໃຫ້ຕ່ຳລົງຢ່າງມີປະສິດທິຜົນ, ເພີ່ມທະວີກຳລັງແຂ່ງຂັນແກນກາງຂອງອຸດສາຫະກຳ, ຍົກປະສິດທິພາບຂອງການໝູນເດີນດ້ານເສດຖະກິດໃຫ້ສູງຂຶ້ນ.