ທ່ານຫຼີສຽງເປັນປະທານກອງປະຊຸມປະຈຳຂອງຄະນະລັດຖະບານຈີນ

2024-02-24 13:23:30 CRI

 

ວັນທີ 23 ກຸມພານີ້, ທ່ານຫຼີສຽງ, ນາຍົກລັດຖະມົນຕີຈີນໄດ້ເປັນປະທານກອງປະຊຸມວຽກງານປະຈຳຂອງຄະນະລັດຖະບານຈີນ, ຮັບຟັງການລາຍງານສະພາບວຽກງານຂອງພາກສ່ວນລັດຖະບານກ່ຽວກັບການຊຳລະສະສາງຂໍ້ສະເໜີຂອງຜູ້ແທນສະພາປະຊາຊົນແຫ່ງຊາດຈີນແລະຍັດຕິຂອງສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນໃນປີ 2023, ຄົ້ນຄວ້າກ່ຽວກັບນະໂຍບາຍແລະມາດຕະການດ້ານການດຶງດູດແລະນຳໃຊ້ທຶນຕ່າງປະເທດໃຫ້ຫຼາຍກວ່າເກົ່າ, ຈັດວາງວຽກງານການປ້ອງກັນແລະແກ້ໄຂຄວາມສ່ຽງດ້ານໜີ້ສິນຢູ່ທ້ອງຖິ່ນໃຫ້ດີຂຶ້ນຕື່ມອີກ, ພິຈາລະນາຮັບຮອງ “ຄວາມເຫັນກ່ຽວກັບການປັບປຸງການບໍລິການດ້ານການຈ່າຍເງິນໃຫ້ດີຂຶ້ນກວ່າເກົ່າແລະການເພີ່ມຄວາມສະດວກໃນການຈ່າຍເງິນຕື່ມອີກ” , “ “ກົດຂໍ້ກຳນົດວ່າດ້ວຍການປະຢັດນ້ຳສະບັບຮ່າງ” ແລະອື່ນໆ.