ຈີນຈະປ້ອງກັນອະທິປະໄຕຂອງດິນແດນ, ສິດແລະຜົນປະໂຫຍດທາງທະເລຂອງຕົນຢ່າງເດັດດ່ຽວ

2024-02-29 14:32:30 cri


   ວັນທີ 27 ກຸມພານີ້, ທ່ານນາງເມົານີງ ໂຄສົກກະຊວງການຕ່າງປະເທດຈີນຈັດ ກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມກ່ຽວກັບເກາະຮວງຢຽນ.

    ທ່ານນາງເມົານີງຕອບວ່າ:ຈີນມີຫຼັກໝັ້ນກ່ຽວກັບບັນຫາທະເລຈີນໃຕ້ຢ່າງສະເໝີຕົ້ນສະເໝີປາຍແລະຊັດເຈນ, ຈີນໄດ້ຕິດຕາມຢ່າງໃກ້ຊິດຕໍ່ກໍລະນີທີ່ຟິລິບປິນທີ່ດຳເນີນການເຄື່ອນໄຫວລ່ວງລ້ຳສິດທີ່ກ່ຽວຂ້ອງຢູ່ທະເລຈີນໃຕ້ໃນຫວ່າງມໍ່ໆມານີ້. ຈີນຈະສືບຕໍ່ນຳໃຊ້ມາດຕະການອັນຈຳເປັນ, ປ້ອງກັນອະທິປະໄຕຂອງດິນແດນ, ສິດແລະຜົນປະໂຫຍດທາງທະເລຂອງຕົນຢ່າງເດັດດ່ຽວ, ປົກປ້ອງສັນຕິພາບແລະສະຖຽນລະພາບຢູ່ທະເລຈີນໃຕ້.