ຈີນຈະຮ່ວມຊາຕາກຳກັບປະເທດພວມພັດທະນາສ່ວນຫຼາຍຢ່າງສະເໝີຕົ້ນສະເໝີປາຍ

2024-03-01 16:43:38 cri


   ວັນທີ 29 ກຸມພາຜ່ານມານີ້, ທ່ານນາງເມົານິງ ໂຄສົກກະຊວງການຕ່າງ ປະເທດຈີນຈັດກອງປະຊຸມຖະແຫຼງຂ່າວ.

   ທ່ານນາງເມົານິງຕອບຄຳຖາມວ່າ: ໃນຖານະເປັນປະເທດພວມພັດທະນາ, ຈີນຈະຮ່ວມຊາຕາກຳກັບປະເທດພວມພັດທະນາສ່ວນຫຼາຍຢ່າງສະເໝີຕົ້ນສະເໝີປາຍ, ປົກປ້ອງຜົນປະໂຫຍດຮ່ວມຂອງປະເທດພວມພັດທະນາຢ່າງເດັດດ່ຽວ. ພວກເຮົາໄດ້ຍຶດໝັ້ນແນວຄິດຄວາມເປັນຈິງແລະຈິງໃຈ, ທັດສະນະກ່ຽວກັບຄວາມເປັນທຳແລະຜົນປະໂຫຍດທີ່ຖືກຕ້ອງ, ປ້ອງກັນອະທິປະໄຕ, ຄວາມເປັນເອກະລາດແລະຫຼັກການບໍ່ແຊກແຊງວຽກງານພາຍໃນຂອງປະເທດອື່ນຢ່າງເດັດດ່ຽວ, ປົກປ້ອງສິດທີ່ເປັນທຳແລະການພັດທະນາຂອງປະເທດພວມພັດທະນາຢ່າງເດັດດ່ຽວ.