ກົມການເມືອງສູນກາງພັກຄອມມູນິດຈີນເປິກສາຫາລືບົດລາຍງານວຽກງານລັດຖະບານ

2024-03-01 15:45:52 cri

    ກົມການເມືອງສູນກາງພັກຄອມມູນິດຈີນໄດ້ຈັດກອງປະຊຸມໃນວັນທີ 29 ກຸມພານີ້ ໂດຍໄດ້ເປິກສາຫາລືບົດລາຍງານວຽກງານລັດຖະບານທີ່ຈະຜ່ານໃນກອງປະຊຸມຄັ້ງທີ 2 ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 14. ທ່ານ ສີຈິ້ນຜິງ ເຂລາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ເປັນປະທານກອງປະຊຸມ.

    ກອງປະຊຸມຊີ້ໃຫ້ເຫັນວ່າ: ວຽກງານໃນປີນີ້ຕ້ອງມີຄວາມຄືບໜ້າບົນພື້ນຖານຄວາມໝັ້ນທ່ຽງ. ຕ້ອງລົງເລິກປະຕິບັດຍຸດທະສາດສ້າງປະເທດໃຫ້ເຂັ້ມແຂງດ້ວຍເຕັກໂນໂລຊີວິທະຍາສາດ, ສຸມໃສ່ການເປີດກວ້າງຄວາມຕ້ອງການພາຍໃນປະເທດ, ເປີດກວ້າງການເປີດປະຕູສູ່ພາຍນອກທີ່ມີຄຸນນະພາບສູງ. ຕ້ອງຍຶດໝັ້ນສົ່ງເສີມວຽກງານກະສິກຳ ຊົນນະບົດ ແລະ ຊາວກະສິກອນຢ່າງບໍ່ລົດລະ, ຊຸກຍູ້ການພັດທະນາຊົນນະບົດໃຫ້ຈະເລີນຢ່າງຮອບດ້ານ. ຕ້ອງເພີ່ມທະວີການສ້າງຄວາມສີວິໄລດ້ານນິເວດ, ຊຸກຍູ້ການພັດທະນາຕາມທິດສີຂຽວ ແລະ ປ່ອຍກາກບອນຕ່ຳ. ຕ້ອງຮັບປະກັນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນຢ່າງແທ້ຈິງ, ພ້ອມທັງເພີ່ມທະວີ ແລະ ມີຫົວຄິດປະດິດສ້າງໃນດ້ານການບໍລິຫານສັງຄົມ.