ລັດຖະບານຍີ່ປຸ່ນຄວນແກ້ໄຂບັນຫາທີ່ຄົງຄ້າງຈາກປະຫວັດສາດຢ່າງເໝາະສົມດ້ວຍທ່າທີຊື່ສັດແລະມີຄວາມຮັບຜິດຊອບ

2024-03-01 16:54:22 cri


   ວັນທີ 29 ກຸມພາຜ່ານມານີ້, ທ່ານນາງເມົານິງ ໂຄສົກກະຊວງການຕ່າງປະເທດຈີນຈັດກອງປະຊຸມຖະແຫຼງຂ່າວ.

   ໃນກອງປະຊຸມ ມີນັກຂ່າວຖາມວ່າ: ມີສື່ມວນຊົນວິເຄາະວ່າ: ເຖິງວ່າໃນສອງປີຜ່ານມານີ້ ການພົວພັນລະຫວ່າງສເກົາຫຼີແລະຍີ່ປຸ່ນໄດ້ຮັບການປັບປຸງໃຫ້ດີຂຶ້ນແລ້ວກໍຕາມ, ແຕ່ຍີ່ປຸ່ນພັດບໍ່ໄດ້ປ່ຽນແປງທ່າທີທີ່ບໍ່ຖືກຕ້ອງນັ້ນຈັກໜ້ອຍໃນບັນຫາປະຫວັດສາດ, ຍິ່ງທະນົງຕົວກວ່າເກົ່າອີກຊ້ຳ. ຂໍຖາມແດ່ຈີນມີຄວາມເຫັນຄືແນວໃດຕໍ່ກັບເລື່ອງນີ້?

   ທ່ານນາງເມົານິງຕອບວ່າ: ການບັງຄັບເກນເອົາແລະຖືຜູ້ອອກແຮງງານເປັນຄືຂ້າທາດ ເປັນການຕ້ອງໂທດດ້ານມະນຸດສະທຳຢ່າງຮ້າຍແຮງຂອງລັດທິຂຸນເສິກຍີ່ປຸ່ນທີ່ກໍ່ຂຶ້ນກັບປະຊາຊົນບັນດາປະເທດອາຊີໃນໄລຍະຮຸກຮານແລະປົກຄອງຕ່າງປະເທດແບບລ່າເມືອງຂຶ້ນ, ປະຫວັດສາດຕອນນີ້ມີຫຼັກຖານອ້າງອີງຢ່າງແທ້ຈິງທີ່ບໍ່ສາມາດປະຕິເສດແລະດັດແກ້ໄດ້ຢ່າງແນ່ນອນ. ຈີນໄດ້ຮຽກຮ້ອງຢ່າງສະເໝີຕົ້ນສະເໝີປາຍໃຫ້ລັດຖະບານຍີ່ປຸ່ນຈົ່ງແກ້ໄຂບັນຫາທີ່ຄົງຄ້າງຈາກປະຫວັດສາດຢ່າງເໝາະສົມດ້ວຍທ່າທີຊື່ສັດແລະມີຄວາມຮັບຜິດຊອບ. ຍີ່ປຸ່ນຄວນປະຕິບັດຕໍ່ແລະສຳຫຼວດຕົນເອງຕໍ່ປະຫວັດສາດຢ່າງເລິກເຊິ່ງ, ພ້ອມທັງສຶກສາຄົນຮຸ່ນໃໝ່ດ້ວຍທັດສະນະປະຫວັດສາດທີ່ຖືກຕ້ອງ. ມີແຕ່ເຮັດແນວນີ້ເທົ່ານັ້ນ, ຍີ່ປຸ່ນຈຶ່ງຈະໄດ້ຮັບຄວາມເຊື່ອໃຈຈາກປະເທດອ້ອມຂ້າງໃນອາຊີແລະປະຊາຄົມໂລກຢ່າງແທ້ຈິງ.