ທ່ານ ສີຈິ້ນຜິງ ຂຽນຄຳນຳໃຫ້ແກ່ປື້ມແບບຮຽນຂອງພະນັກງານທົ່ວປະເທດຊຸດທີ 6

2024-03-01 15:50:19 cri

    ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການທະຫານສູນກາງຈີນ ໄດ້ຂຽນຄຳນຳໃຫ້ແກ່ປື້ມແບບຮຽນສຳລັບຊຸດອົບຮົມພະນັກງານທົ່ວປະເທດຊຸດທີ 6 ທີ່ຈະພິມອອກໃນໄວໆນີ້.

    ຄຳນຳຂອງທ່ານ ສີຈິ້ນຜິງ ເນັ້ນໜັກວ່າ: ການຮ່ຳຮຽນທິດສະດີທີ່ມີຫົວຄິດປະດິດສ້າງຂອງພັກ ມີຈຸດປະສົງເພື່ອນຳໃຊ້. ພະນັກງານຂັ້ນຕ່າງໆຕ້ອງປິ່ມອ້ອມໜ້າທີ່ແກນກາງທີ່ຊຸກຍູ້ການສ້າງສາປະເທດໃຫ້ເຂັ້ມແຂງ ແລະ ຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນດ້ວຍຄວາມທັນສະໄໝແບບຈີນ, ແກ້ໄຂບັນຫາທີ່ກະທົບເຖິງການພັດທະນາທີ່ມີຄຸນນະພາບສູງ, ບັນຫາທີ່ປະຊາຊົນມີຄວາມຮີບຮ້ອນ, ຫຍຸ້ງຍາກ, ກັງກົນໃຈ ແລະ ຄອງຄອຍ ພ້ອມດ້ວຍບັນຫາພົ້ນເດັ່ນດ້ານການກໍ່ສ້າງພັກ, ເຮັດໃຫ້ແຜນການອັນສະຫງ່າງາມທີ່ຈັດວາງໄວ້ໃນກອງປະຊຸມຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນປາກົດຜົນເປັນຈິງ.