ທ່ານສີຈິ້ນຜິງເນັ້ນໜັກວ່າ: ຕ້ອງຊຸກຍູ້ການພັດທະນາພະລັງງານໃໝ່ຂອງຈີນຢ່າງມີຄຸນນະພາບສູງ

2024-03-01 15:46:48 cri


    ວັນທີ 29 ກຸມພາແລ້ວນີ້, ກົມການເມືອງສູນກາງພັກຄອມມູນິດຈີນໄດ້ຈັດການຮໍ່າຮຽນລວມໝູ່ຄັ້ງທີ 12 ກ່ຽວກັບເຕັກນິກດ້ານພະລັງງານໃໝ່ ແລະ ຄວາມໝັ້ນຄົງດ້ານພະລັງງານຂອງຈີນ. ທ່ານສີຈິ້ນຜິງ ເຂລາທິການໃຫຍ່ສູນກາງພັກຄອມມູນິດຈີນໄດ້ເປັນປະທານການຮໍ່າຮຽນ ໂດຍເນັ້ນໜັກວ່າ: ຄວາມໝັ້ນຄົງດ້ານພະລັງງານກ່ຽວພັນເຖິງສະພາບລວມດ້ານການພັດທະນາເສດຖະກິດສັງຄົມ. ຕັ້ງໜ້າພັດທະນາພະລັງງານສະອາດ ແລະ ຊຸກຍູ້ໃຫ້ຮູບແບບການພັດທະນາເສດຖະກິດສັງຄົມຫັນເປັນແບບປ່ອຍກາກບ່ອນຕໍ່າ ໄດ້ກາຍເປັນຄວາມຮັບຮູ້ທີ່ເປັນເອກະພາບກັນຂອງປະຊາຄົມໂລກໃນດ້ານການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ພວກເຮົາຕ້ອງພັດທະນາຕາມທ່ວງທ່າຂອງຍຸກສະໄໝ, ສຸມກໍາລັງເຂົ້າໃນການພັດທະນາພະລັງງານໃໝ່ຂອງຈີນຢ່າງມີຄຸນນະພາບສູງ ເພື່ອອໍານວຍການຮັບປະກັນດ້ານພະລັງງານໃຫ້ແກ່ການສ້າງຄວາມທັນສະໄໝແບບຈີນ ແລະ ປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນຮ່ວມກັນສ້າງໂລກທີ່ສະອາດ ແລະ ສວຍງາມ.