ທ່ານ ສີຈິ້ນຜິງ ໃຫ້ຄໍາຊີ້ນໍາອັນສໍາຄັນໃນໂອກາດເປີດຊຸດຝຶກອົບຮົມພະນັກງານຊາວໜຸ່ມ-ໄວກາງຄົນຂອງໂຮງຮຽນພັກສູນກາງສົກຮຽນລະດູໃບໄມ້ປົ່ງ 2024

2024-03-02 14:20:35 CRI

   ຊຸດຝຶກອົບຮົມພະນັກງານຊາວໜຸ່ມ-ໄວກາງຄົນຂອງໂຮງຮຽນພັກສູນກາງ ສົກຮຽນລະດູໃບໄມ້ປົ່ງ 2024 ໄດ້ເປີດຢູ່ໂຮງຮຽນພັກສູນກາງພັກຄອມມູນິດຈີນໃນຕອນເຊົ້າວັນທີ 1 ມີນານີ້. ໃນໂອກາດນີ້, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນໄດ້ໃຫ້ຄໍາຊີ້ນໍາອັນສໍາຄັນໂດຍກ່າວເນັ້ນໜັກວ່າ: ພະນັກງານໜຸ່ມເປັນກຳລັງຫຼັກແຫຼ່ງໃນການພັດທະນາພາລະກິດຂອງພັກ ແລະ ປະເທດຊາດ, ພ້ອມທັງເປັນຜູ້ສືບທອດພາລະກິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນນໍາອີກ. ບົນຂະບວນການໃໝ່, ພະນັກງານໜຸ່ມມີໜ້າທີ່ແບກຫາບພາລະກິດທີ່ຍິ່ງໃຫຍ່ ແລະ ມີອະນາຄົດທີ່ສົດໃສ, ສະນັ້ນຕ້ອງຈົດຈໍາອຸດົມການແຕ່ຫົວທີ ແລະ ພາລະກໍາ, ບຸກບືນສູ້ຊົນ ເພື່ອສືບທອດໜ້າທີ່ທາງດ້ານປະຫວັດສາດໃຫ້ດີ.


   ທ່ານ ສີຈິ້ນຜິງ ກ່າວເນັ້ນໜັກຕື່ມວ່າ: ຄວນເປັນຜູ້ອຸທິດຕົນທີ່ມີຄວາມຕັ້ງໃຈສ້າງຄວາມສຸກໃຫ້ກັບປະຊາຊົນຢ່າງເປັນເຈົ້າການ, ຖືເອົາປະຊາຊົນເປັນອັນດັບໜຶ່ງໄວ້ຢູ່ໃນໃຈມາໂດຍຕະຫຼອດ, ສ້າງ ແລະ ປະຕິບັດຕາມທັດສະນະດ້ານຜົນງານການບໍລິຫານທີ່ຖືກຕ້ອງ, ກ້າວເດີນໄປຕາມແນວທາງມະຫາຊົນໃນຍຸກໃໝ່ຂອງພັກ, ຍົກລະດັບຄວາມສາມາດການເຮັດວຽກມະຫາຊົນໃຫ້ສູງຂຶ້ນ, ແກ້ໄຂບັນຫາທີ່ຮີບດ່ວນ, ທີ່ແກ້ໄຂໄດ້ຍາກ, ທີ່ປະຊາຊົນເປັນຫ່ວງ ແລະ ຄອງຄອຍນັ້ນໃຫ້ດີດ້ວຍຄວາມເອົາໃຈໃສ່, ດ້ວຍຄວາມຮັກແພງ ແລະ ດ້ວຍຄວາມພະຍາຍາມ ເພື່ອເຮັດໃຫ້ປະຊາຊົນມີຄວາມຮູ້ສຶກໄດ້ຮັບຜົນປະໂຫຍດ, ມີຄວາມສຸກ ແລະ ມີຄວາມຮູ້ສຶກປອດໄພໃຫ້ຫຼາຍກວ່າເກົ່າຢ່າງບໍ່ຢຸດຢັ້ງ. ຄວນເປັນຜູ້ອອກແຮງຊຸກຍູ້ສະພາບແວດລ້ອມດ້ານການເມືອງທີ່ດີຢ່າງເປັນເຈົ້າການ, ເສີມຂະຫຍາຍຈິດໃຈປະຕິຮູບຕົນເອງຢ່າງເຖິງຖອງ, ປະຢັດມັດທະຢັດ, ຖະໜອມຖ່ອມຕົວ, ເດັດດ່ຽວຄັດຄ້ານລັດທິຮູບການ ແລະ ລັດທິອາດຍາສິດ, ເດັດດ່ຽວຄັດຄ້ານແນວຄິດສິດທິພິເສດ ແລະ ການກະທໍາສິດທິພິເສດ ເພື່ອປົກປັກຮັກສາທາດແທ້ດ້ານການເມືອງທີ່ປອດໃສຂາວສະອາດຂອງຊາວພັກຄອມມູນິດ.