ຈີນຮຽກຮ້ອງໃຫ້ອາເມຣິກາຍຸດຕິແຊກແຊງວຽກງານຮົງກົງຈີນໃນທັນທີ

2024-03-02 14:26:49 CRI


ວັນທີ 1 ມີນານີ້, ທ່ານນາງເໝົານິງ, ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ, ໂຄສົກກະຊວງການຕ່າງປະເທດອາເມຣິກາໄດ້ອອກຖະແຫຼງການໂດຍລະບຸວ່າ ຈະເອົາໃຈໃສ່ຕິດຕາມຜົນສະທ້ອນຂອງມາດຕາທີ 23 ໃນກົດໝາຍພື້ນຖານຂອງຮົງກົງທີ່ມີຕໍ່ພົນລະເມືອງ ນັກລົງທຶນ ແລະ ວິສາຫະກິດຂອງອາເມຣິກາທີ່ດຳເນີນທຸລະກິດຢູ່ຮົງກົງຈີນ. ກະຊວງການຕ່າງປະເທດຈີນມີຄຳເຫັນແນວໃດຕໍ່ກັບເລື່ອງນີ້?


ກ່ຽວກັບເລື່ອງນີ້, ທ່ານນາງເໝົານິງກ່າວວ່າ, ຝ່າຍຈີນສະແດງຄວາມບໍ່ພໍໃຈຢ່າງຮຸນແຮງ ແລະ ຄັດຄ້ານຢ່າງເດັດດ່ຽວຕໍ່ຖະແຫຼງການທີ່ກ່ຽວຂ້ອງຂອງອາເມຣິກາ. ທ່ານນາງເໝົານິງຊີ້ອອກວ່າ, ໃນເວລາ 3 ປີທີ່ກຳນົດ ແລະ ປະຕິບັດກົດໝາຍວ່າດ້ວຍຄວາມໝັ້ນຄົງແຫ່ງຊາດຢູ່ຮົງກົງ ແມ່ນເປັນ 3 ປີທີ່ຮົງກົງ ຫັນຈາກໄລຍະທີ່ “ ປັ່ນປ່ວນໄປສູ່ຄວາມສະຫງົບ” ກ້າວໄປສູ່ໄລຍະທີ່“ຫັນຈາກຄວາມສະຫງົບໄປສູ່ສະພາບການໃໝ່”, ແລະແມ່ນ 3 ປີທີ່ປະຊາຄົມໂລກສະແດງຄວາມໄວ້ວາງໃຈຕໍ່ອະນາຄົດຂອງຮົງກົງ. ການພັດທະນາດ້ວຍຄຸນນະພາບສູງ ແລະ ການເປີດປະຕູສູ່ພາຍນອກໃນລະດັບສູງຂອງຮົງກົງຈະໄດ້ຮັບການປົກປ້ອງເປັນຢ່າງດີກວ່າເກົ່າ, ພົນລະເມືອງຮົງກົງ ແລະ ນັກລົງທຶນສາກົນອັນມະຫາສານລ້ວນແຕ່ຈະໄດ້ຮັບຜົນປະໂຫຍດ.

 

ທ່ານນາງເໝົານິງກ່າວເນັ້ນໜັກຕື່ມວ່າ, ອາເມຣິກາເອງໄດ້ປະກາດໃຊ້ກົດໝາຍວ່າດ້ວຍການປ້ອງກັນຄວາມໝັ້ນຄົງແຫ່ງຊາດຫຼາຍສະບັບ, ແຕ່ມາໃສ່ຮ້າຍປ້າຍສີມາດຕາທີ 23 ຂອງກົດໝາຍພື້ນຖານຮົງກົງ, ນີ້ເປັນການຫຼິ້ນກົນອຸບາຍທາງການເມືອງ ແລະ ການປະຕິບັດສອງມາດຕະຖານແບບຈອມປອມຢ່າງບັງອາດ. ຝ່າຍຈີນຮຽກຮ້ອງໃຫ້ອາເມຣິກາຈົ່ງເຄົາລົບອະທິປະໄຕຂອງຈີນ, ປະຕິບັດຕາມຫຼັກການຂອງກົດໝາຍສາກົນ ແລະ ລະບຽບການພື້ນຖານໃນສາຍພົວພັນສາກົນ, ຍຸດຕິແຊກແຊງວຽກງານຮົງກົງຈີນໃນທັນທີ, ແລະຍຸດຕິແຊກແຊງວຽກງານພາຍໃນຂອງຈີນ.