ທະນາຄານກາງຂອງຈີນປັບປຸງມາດຕະການຫຼາຍຢ່າງ ເພື່ອແກ້ໄຂຄວາມຫຍຸ້ງຍາກໃນການຊໍາລະບັນຊີສໍາລັບຄົນຕ່າງປະເທດທີ່ມາຈີນ

2024-03-02 15:03:48 cri


ວັນທີ 1 ມີນານີ້, ຫ້ອງການຖະແຫຼງຂ່າວຂອງ ລັດຖະບານຈີນ ໄດ້ຈັດກອງປະຊຸມຖະແຫຼງຂ່າວສະຫຼຸບນະໂຍບາຍທີ່ຈັດຂຶ້ນເປັນປະຈຳ, ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຈາກທະນາຄານປະຊາຊົນຈີນທີ່ເປັນທະນາຄານກາງຂອງຈີນ, ຄະນະກຳມະການພັດທະນາ ແລະປະຕິຮູບແຫ່ງລັດຈີນ ແລະ ພາກສ່ວນທີ່ກ່ຽວຂ້ອງອື່ນໆ ໄດ້ນຳສະເໜີ “ຄວາມເຫັນກ່ຽວກັບການປັບປຸງການບໍລິການ ແລະ ອຳນວຍຄວາມສະດວກຫຼາຍກວ່າເກົ່າໃຫ້ແກ່ການຊໍາລະບັນຊີ”.


ທະນາຄານປະຊາຊົນຈີນແຈ້ງໃຫ້ຮູ້ວ່າ, ກ່ຽວກັບບັນຫາທີ່ຄົນຕ່າງປະເທດມາຈີນແລ້ວມີຄວາມຫຍຸ້ງຍາກໃນການຊຳລະບັນຊີຢູ່ຈີນ, ໄດ້ຮັບຜົນງານໃນໄລຍະນີ້ ໂດຍຜ່ານການປະຕິບັດນະໂຍບາຍໃນຫຼາຍດ້ານ. ດ້ານໜຶ່ງ ໄດ້ເລັ່ງລັດການຊຳລະບັດທະນາຄານຂອງຕ່າງປະເທດຢູ່ທາງຮ້ານຕ່າງໆຂອງຈີນ, ພ້ອມດຽວກັນນັ້ນ, ຍັງໄດ້ປັບປຸງການບໍລິການເປີດບັນຊີທະນາຄານໃຫ້ຄົນຕ່າງປະເທດທີ່ມາຈີນ ແລະ ສົ່ງເສີມການຜູກບັດທະນາຄານຂອງຕ່າງປະເທດກັບ Alipay ຫຼື WeChat ໃຫ້ສະດວກກວ່າເກົ່າ. ອີງຕາມສະຖິຕິ, ໃນປີ 2023 ຜ່ານມາ, ມີຄົນຕ່າງປະເທດທີ່ມາຈີນເກືອບ 4 ລ້ານຄົນໄດ້ຈ່າຍເງິນຜ່ານມືຖື, ແລະຈໍານວນການຄ້າຂາຍຕົວຈິງແມ່ນຫຼາຍກວ່າ 70 ລ້ານເທື່ອ. ໃນບາດກ້າວຕໍ່ໄປ, ອົງການຄຸ້ມຄອງເງິນຕາຕ່າງປະເທດແຫ່ງລັດຈີນຍັງຈະປັບປຸງການບໍລິການແລກປ່ຽນເງິນຕາຕ່າງປະເທດໃຫ້ດີຂຶ້ນຕື່ມອີກ.