ກອງປະຊຸມຄັ້ງທີ 2 ສະໄໝທີ 14 ຂອງສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນຈະຈັດຂຶ້ນໃນຕອນບ່າຍວັນທີ 4 ມີນານີ້

2024-03-03 17:08:53 cri

ກອງປະຊຸມຄັ້ງທີ 2 ສະໄໝທີ 14 ຂອງສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວໃນຕອນບ່າຍວັນທີ 3 ມີນານີ້. ທ່ານຫຼິວເຈຍຢີ ໂຄສົກຂອງກອງປະຊຸມໄດ້ແນະນຳສະພາບທີ່ກ່ຽວຂ້ອງຂອງກອງປະຊຸມຄັ້ງນີ້ ແລະ ຕອບຄຳຖາມຂອງນັກຂ່າວ.


ທ່ານຫຼິວເຈຍຢີກ່າວວ່າ, ກອງປະຊຸມຄັ້ງທີ 2 ສະໄໝທີ 14 ຂອງສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນຈະຈັດຂຶ້ນຢູ່ຫໍສະພາປະຊາຊົນແຫ່ງຊາດໃນເວລາ 15 ໂມງຂອງວັນທີ 4 ມີນານີ້ ແລະ ຈະປິດປະຊຸມໃນຕອນເຊົ້າວັນທີ 10 ມີນານີ້ ໂດຍຈະດຳເນີນເປັນເວລາ 6 ວັນ.