ທີມນັກບິນອະວະກາດເສີນໂຈ່ວ-17 ສຳເລັດພາລະກິດການສ້ອມແປງຢູ່ນອກຍານເປັນຄັ້ງທຳອິດ

2024-03-03 16:03:37 CRI

ແຫຼ່ງຂ່າວຈາກຫ້ອງການໂຄງການການບິນອະວະກາດຂອງຈີນໃຫ້ຮູ້ວ່າ: ເວລາ 13:32 ໂມງຂອງວັນທີ 2 ມີນານີ້, ນັກບິນອະວະກາດເສີນໂຈ່ວ-17 ສາມທ່ານຄື ທ່ານທ່າງຫົງໂປ່, ທ່ານຖາງເຊິ້ງເຈ ແລະ ທ່ານຈ່ຽງຊິ່ນຫຼິນ ໄດ້ປະສານງານກັນດຳເນີນກິດຈະກຳຢູ່ນອກຍານເປັນເວລາປະມານ 8 ຊົ່ວໂມງ ດ້ວຍການປະສານສົມທົບຈາກນັກຄົ້ນຄວ້າວິທະຍາສາດຢູ່ພາກພື້ນດິນ ແລະ ແຂນກົນທີ່ຕິດຕັ້ງຢູ່ເທິງສະຖານີອະວະກາດ. ພາຍຫຼັງເຮັດສຳເລັດພາລະກິດທຸກປະການ, ທ່ານທ່າງຫົງໂປ່ ແລະ ທ່ານຈ່ຽງຊິ່ນຫຼິນ ໄດ້ກັບເຂົ້າໄປໃນຫອງທົດລອງເວິ້ນທ່ຽນຢ່າງປອດໄພ, ການດຳເນີນກິດຈະກຳຢູ່ນອກຍານຄັ້ງນີ້ໄດ້ຮັບຜົນສຳເລັດຢ່າງຈົບງາມ.


ເທື່ອນີ້ແມ່ນເທື່ອທຳອິດທີ່ນັກບິນອະວະກາດຈີນເຮັດສຳເລັດພາລະກິດສ້ອມແປງອຸປະກອນຢູ່ນອກຍານອະວະກາດທີ່ໂຄຈອນຢູ່ເທິງອະວະກາດ. ຕາມແຜນການທີ່ໄດ້ວາງໄວ້, ພາລະກິດການບິນອະວະກາດບັນທຸກຄົນຂອງຍານອະວະກາດເສີນໂຈ່ວ-17 ຍັງຈະດຳເນີນການທົດລອງທາງດ້ານວິທະຍາສາດ ແລະ ເຕັກນິກອະວະກາດຢ່າງຫຼວງຫຼາຍອີກ.