ຈຳນວນປະຊາກອນຜູ້ເຄື່ອນຍ້າຍຂ້າມທ້ອງຖິ່ນໃນທົ່ວສັງຄົມຈີນຈາກການຂົນສົ່ງໄລຍະບຸນກຸດຈີນປີ 2024 ຄາດວ່າຈະມີຫຼາຍກວ່າ 8,4 ຕື້ເທື່ອຄົນ

2024-03-06 10:45:06 cri

ການຂົນສົ່ງໄລຍະບຸນກຸດຈີນປີ 2024 ເປັນເວລາ 40 ວັນໄດ້ສິ້ນສຸດລົງໃນວັນທີ 5 ມີນານີ້, ແຫຼ່ງຂ່າວຈາກກະຊວງຄົມມະນາຄົມຂົນສົ່ງຈີນແຈ້ງໃຫ້ຮູ້ວ່າ, ຈຳນວນປະຊາກອນຜູ້ເຄື່ອນຍ້າຍຂ້າມທ້ອງຖິ່ນໃນທົ່ວສັງຄົມຈີນຈາກການຂົນສົ່ງໄລຍະບຸນກຸດຈີນປີ 2024 ຄາດວ່າຈະມີຫຼາຍກວ່າ 8,4 ຕື້ເທື່ອຄົນ. ການເປີດເສັ້ນທາງໃໝ່ຫຼາຍກວ່າເກົ່າ, ການຈັດສັນເວລາອອກເດີນທາງດີກວ່າເກົ່າ ແລະ ລົດລາງພາຫະນະທີ່ທັນສະໄໝກວ່າເກົ່າ ເຮັດໃຫ້ຄວາມສະດວກວ່ອງໄວກາຍເປັນຄຳສັບທີ່ໄດ້ເວົ້າເຖິງຢູ່ເລື້ອຍໆໃນການຂົນສົ່ງໄລຍະບຸນກຸດຈີນ.


ອີງຕາມຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ, ໄລຍະທາງທັງໝົດໃນເຄືອຂ່າຍຄົມມະນາຄົມສັງລວມຂອງຈີນມີຫຼາຍກວ່າ 6 ລ້ານກິໂລແມັດ. ປີ 2023 ຜ່ານມາ, ຈີນໄດ້ເປີດນຳໃຊ້ເສັ້ນທາງລົດໄຟຄວາມໄວສູງ 2.776 ກິໂລແມັດ, ໄດ້ສ້າງ ແລະ ຂະຫຍາຍທາງດ່ວນ 7.000 ກິໂລແມັດ, ໄດ້ເພີ່ມ ແລະ ປັບປຸງທາງເດີນເຮືອ 1.000 ກິໂລແມັດ, ສະໜາມບິນມີເຖິງ 259 ແຫ່ງ. ເຄືອຂ່າຍຄົມມະນາຄົມຂົນສົ່ງທີ່ສະດວກສະບາຍ ໄດ້ເຮັດໃຫ້ຄວາມມຸ່ງມາດປາຖະໜາອັນດີງາມ ທີ່ “ຄົນເດີນທາງຢ່າງສະບາຍ ແລະ ຂົນສົ່ງສິນຄ້າລຸໂລ່ງດີ” ໄດ້ກາຍເປັນຄວາມຈິງເທື່ອລະກ້າວ.