ທ່ານສີຈິ້ນຜິງກ່າວຄຳອວຍພອນອັນປະເສີດຕໍ່ແມ່ຍິງບັນດາເຜົ່າ ແລະ ວົງການຕ່າງໆໃນທົ່ວປະເທດຈີນເນື່ອງໃນໂອກາດວັນແມ່ຍິງສາກົນໃກ້ຈະໝູນວຽນມາເຖິງ

2024-03-07 10:15:39 cri

ຕອນບ່າຍວັນທີ 6 ມີນານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ຢ້ຽມຢາມຄະນະກຳມະການຮ່ວມຂອງຄະນະກຳມາທິການປະຕິວັດພັກກົກມິນຕັງຈີນ, ວົງການວິທະຍາສາດເຕັກໂນໂລຊີ ແລະ ວົງການຊັບພະຍາກອນສິ່ງແວດລ້ອມທີ່ມາເຂົ້າຮ່ວມກອງປະຊຸມຄັ້ງທີ 2 ສະໄໝທີ 14 ຂອງສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນ, ພ້ອມທັງເຂົ້າຮ່ວມກອງປະຊຸມຂອງຄະນະຮ່ວມດັ່ງກ່າວ ແລະ ຮັບຟັງຄວາມເຫັນ.

ເນື່ອງໃນໂອກາດວັນແມ່ຍິງສາກົນໃກ້ຈະໝູນວຽນມາເຖິງ, ທ່ານສີຈິ້ນຜິງໄດ້ຕາງໜ້າສູນກາງພັກຄອມມູນິດຈີນ ກ່າວຄຳອວຍພອນອັນປະເສີດຕໍ່ຜູ້ແທນເພດຍິງ, ກຳມະການເພດຍິງ, ພະນັກງານເພດຍິງທີ່ເຂົ້າຮ່ວມກອງປະຊຸມສອງສະພາຄັ້ງນີ້, ແມ່ຍິງບັນດາເຜົ່າ ແລະ ວົງການຕ່າງໆໃນທົ່ວປະເທດຈີນ ກໍຄື ພີ່ນ້ອງຮ່ວມຊາດເພດຍິງທີ່ຢູ່ເຂດບໍລິຫານພິເສດຮົງກົງ, ເຂດບໍລິຫານພິເສດມາກາວ ແລະ ເຂດໄຕ້ຫວັນ.