CMG ເພີ່ມການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານດ້ວຍພາສາຕ່າງປະເທດອີກ 12 ພາສາ

2024-03-09 13:07:08 cri



   ໃນໄລຍະກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ ແລະ ກອງປະຊຸມສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນປະຈຳປີ 2024. ຢູ່ບົນພື້ນຖານທີ່ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຕໍ່ຕ່າງປະເທດດ້ວຍ 68 ພາສາ, ໂທລະພາບສາກົນຈີນ ຫຼືCGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ເພີ່ມພາສາຕ່າງປະເທດອີກ 12 ພາສາ ເຊິ່ງໄດ້ປົກຄຸມອາຟຣິກກາ, ອາຊີຕາເວັນອອກສຽງໃຕ້, ອາຊີໃຕ້, ເຂດຕາເວັນອອກກາງ, ອາເມຣິກາລາຕິນ ແລະ ຫຼາຍເຂດແຄວ້ນຢູ່ມະຫາສະໝຸດປາຊີຟິກໃຕ້. ປະຊາຊົນຂອງປະເທດ ແລະ ເຂດແຄວ້ນຫຼາຍຂຶ້ນກວ່າເກົ່າ ຈະໄດ້ຟັງສຽງຈາກປະເທດຈີນ ຜ່ານເວທີສັງຄົມອອນລາຍ ທີ່ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານດ້ວຍພາສາທີ່ເພີ່ມໃໝ່ຂອງ CGTN. ຈາກນີ້, CMG ທີ່ສາມາດໂຄສະນາເຜີຍແຜ່ຂໍ້ມູນຂ່າວສານຕໍ່ຕ່າງປະເທດດ້ວຍ 80 ພາສາ ໄດ້ກາຍເປັນສື່ສາກົນສຳຄັນທີ່ມີຈຳນວນພາສາຫຼາຍທີ່ສຸດ.



   ໃນຈຳນວນ 12 ພາສາທີ່ເພີ່ມໃໝ່ນັ້ນ, ເຂດອາຟຣິກກາມີ 5 ພາສາ, ອາຊີຕາເວັນອອກສຽງໃຕ້ ແລະ ອາຊີໃຕ້ 3 ພາສາ, ເຂດຕາເວັນອອກກາງ 1 ພາສາ, ເຂດອາເມຣິກາລາຕິນ 1 ພາສາ, ເຂດປາຊີຟິກໃຕ້ 2 ພາສາ.