“ລົດຮົງກົງຂຶ້ນເໜືອ”ຫຼາຍກວ່າ 500.000 ເທື່ອຄັນ

2024-03-10 14:44:55 CRI

 

ຕາມຕົວເລກຈາກດ່ານກວດກາຂອງຂົວໃຫຍ່ຮົງກົງ-ຈູ່ໄຫ-ມາເກົາສະແດງໃຫ້ເຫັນວ່າ: ນັບມາຮອດເວລາ 21 ໂມງຂອງວັນທີ 9 ມີນານີ້, “ລົດຮົງກົງຂຶ້ນເໜືອ” ທີ່ເຂົ້າອອກຜ່ານດ່ານກວດກາແຫ່ງນີ້ໄດ້ມີຫຼາຍກວ່າ 500.000 ເທື່ອຄັນ.

 

ພາກສ່່ວນກວດກາຊາຍແດນກ່າວວ່າ: ນັບແຕ່ໄດ້ປະຕິບັດນະໂຍບາຍ “ລົດຮົງກົງຂຶ້ນເໜືອ” ຢ່າງເປັນທາງການໃນວັນທີ 1 ກໍລະກົດປີ 2023 ເປັນຕົ້ນມາ, ຈຳນວນຄົນຮົງກົງທີ່ຂັບລົດສ່ວນຕົວ “ຂຶ້ນເໜືອ” ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຕາມຂໍ້ມູນສະຖິຕິຈາກພາກສ່ວນກວດກາຊາຍແດນໃຫ້ຮູ້ວ່າ: ນັບມາຮອດປັດຈຸບັນນີ້, ຜູ້ຂັບລົດທີ່ໄດ້ສຳເລັດການລົງທະບຽນຢູ່ດ່ານກວດກາ “ລົດຮົງກົງຂຶ້ນເໜືອ” ໄດ້ມີຫຼາຍກວ່າ 48.700 ເທື່ອຄົນ, ຈຳນວນລົດໄດ້ຫຼາຍກວ່າ 48.800 ເທື່ອຄັນ. ນັບແຕ່ໄດ້ປະຕິບັດນະໂຍບາຍດັ່ງກ່າວເປັນຕົ້ນມາ, ຈັງຫວະການເຕີບໂຕສະເລ່ຍຕໍ່ເດືອນຂອງ “ລົດຮົງກົງຂຶ້ນເໜືອ”ຜ່ານດ່ານຈູ່ໄຫສູງກວ່າ 58%. ໃນເດືອນກຸມພາປີ 2024 , ຈຳນວນຂອງ “ລົດຮົງກົງຂຶ້ນເໜືອ” ໄດ້ຫຼາຍກວ່າ 100.000 ເທື່ອຄັນຕໍ່ເດືອນເປັນຄັ້ງທຳອິດ,ໃນນັ້ນ, ໃນວັນທີ 13 ກຸມພາວັນດຽວ, ຈຳນວນລົດທີ່ຜ່ານດ່ານກໍມີເຖິງ 8300 ເທື່ອຄັນ, ເຊິ່ງໄດ້ສ້າງສະຖິຕິສູງສຸດນັບແຕ່ໄດ້ປະຕິບັດນະໂຍບາຍດັ່ງກ່າວເປັນຕົ້ນມາ.