ຈີນຮຽກຮ້ອງໃຫ້ຣັດເຊຍ ແລະອູແກຣນເພີ່ມທະວີການຕິດຕໍ່ພົວພັນ ແລະການສົນທະນາໂດຍກົງ

2024-03-10 15:53:00 cri

ເມື່ອບໍ່ດົນມານີ້, ທ່ານເກີງສວງ ຮອງຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດໄດ້ກ່າວປາໄສໃນເວລາສະພາຄວາມໝັ້ນຄົງພິຈາລະນາບັນຫາອູແກຣນຢ່າງສຸກເສີນ, ໂດຍຮຽກຮ້ອງໃຫ້ປະເທດທີ່ກ່ຽວຂ້ອງເພີ່ມທະວີການຕິດຕໍ່ພົວພັນ ແລະການສົນທະນາໂດຍກົງ, ຮ່ວມກັນຄົ້ນຄວ້າວິທີແກ້ໄຂທີ່ມີຄວາມອາດເປັນໄປໄດ້.

 

ທ່ານເກີງສວງກ່າວວ່າ: ໃນການປະທະກັນ ແລະການເປັນປໍລະປັກກັນບໍ່ມີຝ່າຍໃດຈະໄດ້ຮັບໄຊຊະນະ, ຈຸດສິ້ນສຸດການປະທະກັນທຸກຄັ້ງກໍແມ່ນການເຈລະຈາ. ທະແນມແຕ່ບັນດາຝ່າຍລ້ວນແຕ່ເຄົາລົບ ແລະປະຕິບັດຕາມຈຸດປະສົງ ແລະຫຼັກການຂອງກົດບັດອົງການສປຊ, ແກ້ໄຂຄວາມເປັນຫ່ວງເປັນໃຍທີ່ສົມເຫດສົມຜົນຂອງກັນ ແລະກັນຢ່າງເໝາະສົມ, ສະຫະພາບເອີຣົບກໍຈະສາມາດສ້າງຂອບຄວາມໝັ້ນຄົງທີ່ສົມດູນ, ມີປະສິດທິຜົນ ແລະຍືນຍົງໄດ້ຢ່າງແທ້ຈິງ. ຈີນຍິນດີສືບຕໍ່ຮັກສາການແລກປ່ຽນ ແລະການຕິດຕໍ່ພົວພັນກັບຝ່າຍຕ່າງໆ, ທຳຄວາມພະຍາຍາມຢ່າງບໍ່ລົດລະ ແລະເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນເພື່ອຊຸກຍູ້ການແກ້ໄຂວິກິດການດ້ວຍວິທີທາງການເມືອງ.