ທ່ານສີຈິ້ນຜິງສົ່ງສານອວຍພອນໄປຍັງທ່ານອາຊິຟ ອາລີ ຊາດາຣີ ທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີຄົນໃໝ່ຂອງປາກິດສະຖານ

2024-03-10 14:43:18 CRI

 

ວັນທີ 10 ມີນານີ້, ທ່ານສີຈິ້ນຜິງ, ປະທານປະເທດຈີນໄດ້ສົ່ງສານອວຍພອນໄປຍັງທ່ານອາຊິຟ ອາລີ ຊາດາຣີ, ເພື່ອສະແດງຄວາມຊົມເຊີຍຕໍ່ທ່ານທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີຄົນໃໝ່ຂອງປາກິດສະຖານ.

 

ທ່ານສີຈິິິ້ນຜິງໄດ້ຊີ້ອອກວ່າ: ຈີນແລະປາກິດສະຖານແມ່ນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ຄູ່ຮ່ວມທີ່ດີແລະອ້າຍນ້ອງທີ່ດີ. ໃນປີມໍ່ໆມານີ້, ສອງປະເທດໄດ້ຮັກສາການໄປມາຫາສູ່ກັນຂັ້ນສູງຢ່າງແໜ້ນແຟ້ນ, ສອງຝ່າຍໄດ້ສະໜັບສະໜູນເຊິ່ງກັນແລະກັນໃນບັນຫາທີ່ກ່ຽວພັນເຖິງຜົນປະໂຫຍດແກນກາງແລະຄວາມສົນໃຈທີ່ສຳຄັນຂອງກັນແລະກັນ, ການສ້າງສາແລວທາງເສດຖະກິດລະຫວ່າງຈີນ-ປາກິດສະຖານໄດ້ຮັບຜົນສຳເລັດຢ່າງອຸດົມສົມບູນ, ການພົວພັນລະຫວ່າງສອງປະເທດໄດ້ຮັກສາການຂະຫຍາຍຕົວໃນລະດັບສູງ. ຂ້າພະເຈົ້າເອົາໃຈໃສ່ໃນລະດັບສູງຕໍ່ການຂະຫຍາຍການພົວພັນລະຫວ່າງຈີນ-ປາກິດສະຖານ, ຍິນດີພະຍາຍາມຮ່ວມກັນກັບທ່ານປະທານາທິບໍດີອາຊິຟ ອາລີ ຊາດາຣີ, ຊຸກຍູ້ໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນ-ປາກິດສະຖານໄດ້ຮັບການພັດທະນາຢ່າງໃຫຍ່ກວ່າເກົ່າ, ເລັ່ງລັດການສ້າງຄູ່ຮ່ວມຊາຕາກຳຈີນ-ປາກິດສະຖານທີ່ແໜ້ນແຟ້ນກວ່າເກົ່າໃນຍຸກໃໝ່.