ຈີນເລັ່ງທວງສ.ເກົາຫຼີຢ່າປ່າວຂ່າວກ່ຽວກັບສະຖານະການທະເລຈີນໃຕ້ນຳປະເທດອື່ນ

2024-03-13 14:33:04 cri


ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຈີນເມື່ອວັນທີ 12 ມີນານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມນັກຂ່າວກ່ຽວກັບສ.ເກົາຫຼີສະແດງທ່າທີກ່ຽວກັບກຳປັ່ນຈີນ ແລະ ຟີລິບປິນຕຳກັນຢູ່ທະເລຈີນໃຕ້.

ທ່ານວ່າງເວີນປິ່ນຕອບວ່າ: ຟີລິບປິນລະເມີດຄຳໝັ້ນສັນຍາ, ລ່ວງລ້ຳອະທີປະໄຕດ້ານຜືນແຜ່ນດິນ ແລະ ສິດຜົນປະໂຫຍດທາງທະເລຂອງຈີນ, ຄວາມຮັບຜິດຊອບຕໍ່ເຫນການກຳປັ່ນຕຳກັນແມ່ນຢູ່ນຳຝ່າຍຟີລິບປິນໝົດ, ຈີນພຽງແຕ່ໄດ້ປະຕິບັດມາດຕະການທີ່ຈຳເປັນຕາມກົດໝາຍເທົ່ານັ້ນ. ສ.ເກົາຫຼີບໍ່ແມ່ນຝ່າຍທີ່ກ່ຽວຂ້ອງກັບບັນຫາທະເລຈີນໃຕ້, ແຕ່ໃນຊຸມປີຜ່ານມານີ້ຊ້ຳພັດປ່ຽນແປງຫຼັກໝັ້ນເປັນກາງແບບສຸຂຸມຮອບຄອບທີ່ຍຶດໝັ້ນມາເປັນເວລາຫຼາຍປີ, ໂດຍໄດ້ເວົ້າສຽດສີ ຫຼື ຕຳໜິຕິຕຽນປະເທດຈີນຫຼາຍເທື່ອກ່ຽວກັບບັນຫາທະເລຈີນໃຕ້. ຈີນເລັ່ງທວງໃຫ້ສ.ເກົາຫຼີຈົ່ງເຮັດວຽກຂອງຕົນໃຫ້ດີ, ຢ່າປ່າວຂ່າວນຳປະເທດອື່ນ, ຫຼີກເວັ້ນບໍ່ໃຫ້ເພີ່ມພາລະທີ່ບໍ່ຈຳເປັນໃຫ້ກັບການພົວພັນລະຫວ່າງຈີນກັບສ.ເກົາຫຼີ.