ຈີນເລີ່ມທົດລອງການຍົກເວັ້ນວິຊ່າຕໍ່ 6 ປະເທດເອີຣົບ

2024-03-14 10:50:35 CRI

 

   ເລີ່ມແຕ່ວັນທີ 14 ມີນານີ້ເປັນຕົ້ນໄປ, ຈີນໄດ້ທົດລອງນະໂຍບາຍການຍົກເວັ້ນວິຊ່າໃຫ້ຜູ້ຖືໜັງສືຜ່ານແດນທໍາມະດາຂອງ 6 ປະເທດເອີຣົບຄື: ສະວິດ, ອຽກລັງ, ຮົງກາຣີ, ໂອຕຣິດ, ແບນຊິກ ແລະ ລຸກຊຳບວກ.


   ອີງຕາມການຈັດວາງທີ່ກ່ຽວຂ້ອງ, ໃນລະຫວ່າງວັນທີ 14 ມີນາເຖິງວັນທີ 30 ພະຈິກ 2024, ຜູ້ຖືໜັງສືຜ່ານແດນທໍາມະດາຂອງ 6 ປະເທດດັ່ງກ່າວຈະສາມາດເຂົ້າເມືອງຈີນໂດຍຍົກເວັ້ນວິຊ່າໃນກໍລະນີເຂົ້າມາດໍາເນີນທຸລະກິດ, ທ່ອງທ່ຽວ, ຢາມພີ່ນ້ອງ ແລະ ຜ່ານແດນບໍ່ເກີນ 15 ວັນ. ສໍາລັບບຸກຄົນທີ່ບໍ່ສອດຄ່ອງກັບເງື່ອນໄຂການຍົກເວັນວິຊ່າຂອງປະເທດເຫຼົ່ານີ້ແມ່ນຍັງຄົງຕ້ອງຂໍວິຊ່າກ່ອນເຂົ້າເມືອງຈີນ.


   ນັບມາຮອດຕົ້ນເດືອນມີນາປີ 2024, ຈີນໄດ້ລົງນາມໃນສັນຍາວ່າດ້ວຍການຍົກເວັ້ນວິຊ່າເຊິ່ງກັນແລະກັນທີ່ລວມທັງໜັງສືຜ່ານແດນປະເພດຕ່າງໆກັບ 157 ປະເທດ, ພ້ອມທັງໄດ້ບັນລຸສັນຍາ ຫຼື ການຈັດວາງເພື່ອເຮັດໃຫ້ຂັ້ນຕອນຂໍວິຊ່າ ກະທັດຮັດຫຼາຍກວ່າເກົ່າກັບ 44 ປະເທດ.