ຈີນຈະເລັ່ງລັດປັບປຸງບັນຊີທາງລົບການອະນຸມັດການລົງທຶນຂອງຕ່າງປະເທດຢູ່ຈີນ

2024-03-15 11:13:28 CRI

 

   ບົດລາຍງານວຽກງານຂອງລັດຖະບານຈີນໃນປີນີ້ໄດ້ລະບຸວ່າ: ຈະສືບຕໍ່ຫຼຸດຜ່ອນບັນຊີທາງລົບການອະນຸມັດການລົງທຶນຂອງຕ່າງປະເທດຢູ່ຈີນໃຫ້ໜ້ອຍລົງ ແລະ ຍົກເລີກມາດຕະການຈໍາກັດການອະນຸມັດການລົງທຶນຂອງຕ່າງປະເທດຢູ່ຈີນໃນຂົງເຂດອຸດສາຫະກໍາການຜະລິດຢ່າງຮອບດ້ານ. ທ່ານ ເຫີຢ້າຕົ່ງ ໂຄສົກກະຊວງການຄ້າຈີນໄດ້ຢືນຢັນໃນກອງປະຊຸມຖະແຫຼງຂ່າວເມື່ອວັນທີ 14 ມີນານີ້ວ່າ: ບັນຊີທາງລົບການອະນຸມັດການລົງທຶນຂອງຕ່າງປະເທດຢູ່ຈີນໃນປັດຈຸບັນນີ້ແມ່ນປະກອບດ້ວຍສອງພາກຄື: ບັນຊີທາງລົບທີ່ໃຊ້ໃນຂອບເຂດທົ່ວປະເທດ ແລະ ບັນຊີທາງລົບທີ່ໃຊ້ໃນເຂດທົດລອງການຄ້າເສລີ, ຕໍ່ໄປນີ້, ກະຊວງການຄ້າຈີນຈະສຸມຄວາມພະຍາຍາມຮ່ວມກັບຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນ, ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ, ເລັ່ງລັດປັບປຸງບັນຊີທາງລົບການອະນຸມັດການລົງທຶນຂອງຕ່າງປະເທດຢູ່ຈີນທີ່ໃຊ້ໃນຂອບເຂດທົ່ວປະເທດ ເພື່ອບັນລຸການປອດຂໍ້ຈໍາກັດການອະນຸມັດການລົງທຶນຂອງຕ່າງປະເທດຢູ່ຈີນໃນຂົງເຂດອຸດສາຫະກໍາການຜະລິດ.