ຈີນເຜີຍແຜ່ບົດລາຍງານ ‘ສິດເສລີດ້ານການປາກເວົ້າ’ ຂອງອາເມຣິກາ”

2024-03-15 14:46:14 cri


ວັນທີ 14 ມີນານີ້, ຈີນໄດ້ເຜີຍແຜ່ບົດລາຍງານ “ຄວາມຈິງອັນທີ່ເອີ້ນວ່າ ‘ສິດເສລີດ້ານການປາກເວົ້າ’ ຂອງອາເມຣິກາ”.

ບົດລາຍງານລະບຸວ່າ: ອາເມຣິກາອ້າງມາແຕ່ດົນນານແລ້ວວ່າມີສິດເສລີດ້ານການປາກເວົ້າ, ແຕ່ຂະນະດຽວກັນກໍໄດ້ປະຕິບັດສອງມາດຕະຖານມາເປັນເວລາດົນນານ. ບົດລາຍງານນີ້ໃຊ້ຫຼັກຖານຈຳນວນຫຼວງຫຼາຍເພື່ອເປີດເຜີຍອັນທີ່ອາເມຣິກາເອີ້ນວ່າ “ສິດເສລີດ້ານປາກເວົ້າ” ແມ່ນເປັນແບບໃດກັນແທ້, ອາເມຣິກາກ່າວອ້າງ “ສິດເສລີດ້ານການປາກເວົ້າ” ໃນສາກົນ, ແຕ່ຄວາມຈິງແລ້ວອາເມຣິກາໄດ້ເຮັດຫຍັງ, ແລະ ຈຸດປະສົງທີ່ແທ້ຈິງແມ່ນຫຍັງ?

ບົດລາຍງານເນັ້ນໜັກວ່າ: ສິດເສລີດ້ານການປາກເວົ້າຂອງອາເມຣິກາສຳລັບນັກການເມືອງ ແລະ ກຸ່ມອິດທິກຳລັງທີ່ມີຜົນປະໂຫຍດທີ່ກ່ຽວຂ້ອງພາຍໃນປະເທດອາເມຣິກາມີມາດຕະຖານຢ່າງໜຶ່ງ, ແຕ່ສຳລັບປະຊາຊົນທົ່ວໄປແລ້ວໄດ້ປະຕິບັດມາດຕະຖານອີກຢ່າງໜຶ່ງ; ສຳລັບອາເມຣິກາເອງແລ້ວໄດ້ມີການກະທຳ ແລະ ຄວາມເວົ້າແບບໜຶ່ງ, ແຕ່ໄດ້ປະຕິບັດມາດຕະຖານອີກຢ່າງໜຶ່ງຕໍ່ປະເທດອື່ນ. ອາເມຣິກາເຜີຍແຜ່ບົດລາຍງານໃສ່ຮ້າຍປ້າຍສີປະເທດອື່ນເປີດເຜີຍຂ່າວປອມຢ່າງບໍ່ມີຫຼັກຖານ, ທີ່ຈິງແລ້ວ, ອາເມຣິກາຈຶ່ງເປັນແຫຼ່ງຂ່າວປອມຂອງທົ່ວໂລກ.