ອາເມຣິກາຄວນຍຸດຕິການກົດໜີບວິສາຫະກິດປະເທດອື່ນຢ່າງບໍ່ມີເຫດຜົນ

2024-03-15 10:51:24 cri



  ເມື່ອມໍ່ໆມານີ້, ຄະນະກຳມາທິການພະລັງງານແລະການຄ້າສະພາຕ່ຳອາເມຣິກາໄດ້ລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍສະບັບໜຶ່ງທີ່ແນໃສ່TikTok ເຊິ່ງມີເນື້ອໃນກ່ຽວກັບຮຽກຮ້ອງໃຫ້ບໍລິສັດ ByteDance ຈີນຈຳກັດ ປະຖິ້ມສິດຄວບຄຸມ TikTok ເຊິ່ງເປັນ APP ວິດີໂອສັ້ນທີ່ຢູ່ໃນສັງກັດຂອງບໍລິສັດຕົນ, ຖ້າບໍ່ດັ່ງນັ້ນ, TikTok ຈະຖືກເກືອດຫ້າມຢູ່ອາເມຣິກາ.



   ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຄ້າຈີນທີ່ຈັດຂຶ້ນເມື່ອວັນທີ14ມີນານີ້, ໂຄສົກກະຊວງການຄ້າຈີນໄດ້ໃຫ້ກ່າວຢືນຢັນຕໍ່ເລື່ອງນີ້ວ່າ: ອາເມຣິກາຄວນເຄົາລົບເສດຖະກິດຕະຫຼາດແລະຫຼັກການແຂ່ງຂັນແບບຍຸຕິທຳຢ່າງແທ້ຈິງ, ຍຸດຕິການກົດໜີບວິສາຫະກິດປະເທດອື່ນຢ່າງບໍ່ມີເຫດຜົນ ເພື່ອອຳນວຍສະພາບແວດລ້ອມທີ່ເປີດກວ້າງ, ຍຸຕິທຳ,ທ່ຽງທຳແລະບໍ່ມີການຈຳແນກໃຫ້ແກ່ວິສາຫະກິດຂອງບັນດາປະເທດໃນການລົງທຶນແລະດຳເນີນທຸກລະກິດຢູ່ອາເມຣິກາ. ຈີນຈະນຳໃຊ້ທຸກມາດຕະການທີ່ຈຳເປັນ,ເດັດດ່ຽວປົກປ້ອງສິດຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງປະເທດຕົນ.