ທ່ານສີຈິ້ນຜິງພົບປະເຈລະຈາກັບປະທານາທິບໍດີອັງໂກລາ

2024-03-16 15:30:28 CRI


     ວັນທີ 15 ມີນານີ້,ຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຈັດພົບປະເຈລະຈາກັບທ່ານໂຢອາວ ໂລເຣັນໂຊ ປະທານາທິບໍດີອັງໂກລາທີ່ມາຢ້ຽມຢາມຈີນທາງລັດຖະກິດ. ປະມຸກລັດສອງປະເທດປະກາດວ່າ:ຈະຍົກສູງການພົວພັນລະຫວ່າງຈີນ ກັບ ອັງໂກລາໃຫ້ເປັນການພົວພັນຄູ່ຮ່ວມມືຍຸດທະສາດອັນຮອບດ້ານ.

 

     ທ່ານສີຈິ້ນຜິງກ່າວວ່າ: ການຮ່ວມມືລະຫວ່າງຈີນ ກັບ ອັງໂກລາມີພື້ນຖານດີ, ຂະໜາດໃຫຍ່, ສາມາດຕາບຈູນເຊິ່ງກັນແລະກັນໄດ້, ສອງຝ່າຍຄວນເພີ່ມທະວີການຮ່ວມມືເພື່ອຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ. ຈີນຍິນດີຕ້ອນຮັບອັງໂກລາສືບຕໍ່ນຳໃຊ້ເວທີຕ່າງໆ ເຊັ່ນ: ງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ແລະ ງານເອັກສ໌ໂປຣເສດຖະກິດການຄ້າຈີນ-ອາຟຣິກາເປັນຕົ້ນ, ເພື່ອສົ່ງອອກຜະລິດຕະພັນຄຸນນະພາບດີໃຫ້ແກ່ປະເທດຈີນຫຼາຍກວ່າເກົ່າ.


     ທ່ານໂຢອາວ ໂລເຣັນໂຊກ່າວວ່າ: ອັງໂກລາປະຕິບັດນະໂຍບາຍຈີນດຽວຢ່າງເດັດຂາດ. ອັງໂກລາຍ້ອງຍໍສັນລະເສີນຈີນທີ່ສຸມໃສ່ການຊຸກຍູ້ໃຫ້ໂລກມີສັນຕິພາບ ແລະ ຄວາມກ້າວໜ້າ ພ້ອມທັງປົກປັກຮັກສາຄວາມທ່ຽງທຳ ແລະ ຄວາມເປັນທຳສາກົນໂດຍຕະຫຼອດມາ. ອັງໂກລາຍິນດີເພີ່ມທະວີການປະສານງານຫຼາຍຝ່າຍກັບຈີນ ເພື່ອປົກປັກຮັກສາຈຸດປະສົງ ແລະຫຼັກການກົດບັດອົງການສະຫະປະຊາຊາດ ພ້ອມທັງປົກປັກຮັກສາກົດລະບຽບດ້ານການພົວພັນລະຫວ່າງຊາດທີ່ສຳຄັນຕ່າງໆ ເຊັ່ນ: ອະທິປະໄຕ, ເອກະລາດ, ບໍ່ແຊກແຊກວຽກງານພາຍໃນ ແລະ ອື່ນໆ.