ວິສາຫະກິດຈີນ ແລະ ຕ່າງປະເທດຫຼາຍກວ່າ 160 ແຫ່ງສະໝັກເຂົ້າຮ່ວມງານວາງສະແດງສົ່ງເສີມຕ່ອງໂສ້ການສະໜອງສາກົນຈີນຄັ້ງທີ 2

2024-03-16 14:56:42 cri

 

    ວັນທີ 15 ມີນານີ້, ສະມາຄົມສົ່ງເສີມການຄ້າຈີນໄດ້ຈັດພິທີເຊັນສັນຍາກ່ຽວກັບວິສາຫະກິດຈີນ ແລະ ຕ່າງປະເທດເຂົ້າຮ່ວມງານວາງສະແດງສົ່ງເສີມຕ່ອງໂສ້ການສະໜອງສາກົນຈີນຄັ້ງທີ 2, ປັດຈຸບັນ, ມີວິສາຫະກິດຈີນ ແລະ ຕ່າງປະເທດຫຼາຍກວ່າ 160 ແຫ່ງໄດ້ຢືນຢັນຈະເຂົ້າຮ່ວມງານວາງສະແດງດັ່ງກ່າວ.

    ທ່ານເຢີນຮົງປິ່ນ ປະທານສະມາຄົມສົ່ງເສີ່ມການຄ້າຈີນກ່າວວ່າ: ມີວິສາຫະກິດເກືອບ 50 ແຫ່ງໄດ້ເຊັນບົດບັນທຶກທີ່ມີເຈດຈຳນົງເຂົ້າຮ່ວມງານວາງສະແດງຄັ້ງທີ 2 ໃນເວລາງານວາງສະແດງຄັ້ງທຳອິດຍັງບໍ່ທັນສິ້ນສຸດລົງ, ມີວິສາຫະກິດຈຳນວນຫຼາຍໄດ້ສະເໜີວ່າ: ຫວັງວ່າເຊັນສັນຍາຮ່ວມມືເປັນເວລາ 3 ປີໃນບາດດຽວ.

    ບົນພື້ນຖານທີ່ມີເຂດວາງສະແດງການບໍລິການຂອງຕ່ອງໂສ້ການສະໜອງໃນ 5 ຂະແໜງການຂອງງານຄັ້ງທຳອິດ, ງານຄັ້ງທີ 2 ຈະເພີ່ມເຂດວາງສະແດງຕ່ອງໂສ້ການຜະລິດທີ່ທັນສະໄໝ.