ສອງອົງການໄດ້ຈັດວາງວຽກງານປ້ອງກັນ ແລະມອດໄຟໄໝ້ລາມປ່າ ແລະທົ່ງຫຍ້າຕື່ມອີກ

2024-03-18 17:01:00 cri

ວັນທີ 17 ມີນານີ້, ນັກຂ່າວໄດ້ຮັບຮູ້ຂໍ້ມູນຈາກອົງການຄຸ້ມຄອງສຸກເສີນຈີນວ່າ: ຫ້ອງການກອງບັນຊາການປ້ອງກັນໄຟໄໝ້ລາມປ່າແຫ່ງຊາດຈີນ ແລະອົງການຄຸ້ມຄອງສຸກເສີນຈີນໄດ້ຈັດກອງປະຊຸມຜ່ານທາງວິດີໂອໃນມື້ດຽວກັນ, ໂດຍໄດ້ຕໍ່ສາຍກັບບັນດາແຂວງທີ່ສຳຄັນ ເຊັ່ນ: ນະຄອນຫຼວງປັກກິ່ງ, ແຂວງເຫີເປີຍ, ຊ່ານຊີ່, ເສສວນ, ຢຸນນານ ແລະອື່ນໆ, ຈັດວາງວຽກງານປ້ອງກັນໄຟໄໝ້ລາມປ່າ ແລະທົ່ງຫຍ້າຕື່ມອີກ.

 

ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງອົງການຄຸ້ມຄອງສຸກເສີນຈີນແນະນຳໃຫ້ຮູ້ວ່າ: ປັດຈຸບັນນີ້, ສະພາບການປ້ອງກັນ ແລະມອດໄຟໄໝ້ລາມປ່າ ແລະທົ່ງຫຍ້າໃນທົ່ວປະເທດໃນຄວາມຫຍຸ້ງຍາກ ແລະສັບສົນຫຼາຍ. ຢູ່ແຂວງເສສວນ ແລະຢຸນນານໄດ້ເກີດໄຟໄໝ້ລາມປ່າຫຼາຍຄັ້ງລຽນຕິດ, ໃນນັ້ນ, ນັກດັບເພີງພວມສູ້ຊົນມອດໄຟໄໝ້ລາມປ່າຢູ່ເມືອງຢາຈ່ຽງກິ່ງແຂວງກັ່ນຈື່ ແລະເມືອງຄັ່ງຕິ້ງຂອງແຂວງເສສວນ.