ໄຂການຮ່ຳຮຽນແລະຜັນຂະຫຍາຍຈິິດໃຈໃນຄຳປາໄສທີ່ສຳຄັນຂອງທ່ານສີຈິ້ນຜິງກ່ຽວກັບວຽກງານໄຕ້ຫວັນໃນກອງປະຊຸມສອງສະພາ

2024-03-18 16:03:12 CRI

ຫວ່າງມໍ່ໆມານີ້, ຫ້ອງການວຽກງານໄຕ້ຫວັນສູນກາງພັກຄອມມູນິດຈີນ, ຫ້ອງການວຽກງານໄຕ້ຫວັນຄະນະລັດຖະບານຈີນຮ່ວມກັບຄະນະກຳມະການສູນກາງການປະຕິວັດພັກກົກມິນຕັງຈີນ, ຄະນະກຳມະການສູນກາງສະຫະພັນການປົກຄອງຕົນເອງປະຊາທິປະໄຕໄຕ້ຫວັນ, ສະມາຄົມມິດຕະພາບພີ່ນ້ອງຮ່ວມຊາດໄຕ້ຫວັນທົ່ວປະເທດຈີນໄດ້ຈັດງານສົນທະນາທີ່ນະຄອນຫຼວງປັກກິ່ງເພື່ອຕັ້ງໜ້າຮ່ຳຮຽນ,ລົງເລິກການຜັນຂະຫຍາຍຈິດໃຈໃນຄຳປາໄສທີ່ສຳຄັນຂອງທ່ານສີຈິ້ນຜິງເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນກ່ຽວກັບວຽກງານໄຕ້ຫວັນໃນເວລາຢ້ຽມຢາມກຳມະການໃນວົງການຄະນະກຳມະການການປະຕິວັດພັກກົກມິນຕັງຈີນ, ວົງການວິທະຍາສາດເຕັກນິກແລະວົງການຊັບພະຍາກອນສິ່ງແວດລ້ອມທີ່ເຂົ້າຮ່ວມກອງປະຊຸມຄັ້ງທີສອງຂອງສະພາເປິກສາການເມືອງປະຊາຊົນແຫ່ງຊາດຈີນສະໄໝທີ 14. ກອງປະຊຸມເນັ້ນໜັກວ່າ: ຄຳປາໄສທີ່ສຳຄັນຂອງທ່ານສີຈິ້ນຜິງໄດ້ໃຫ້ຄວາມຈະແຈ້ງ ຕໍ່ທິດທາງຂອງວຽກງານໄຕ້ຫວັນ,ພວກເຮົາຕ້ອງຕັ້ງໜ້າຮ່ຳຮຽນແລະຜັນຂະຫຍາຍຈິດໃຈຂອງຄຳປາໄສ, ກຳແໜ້ນສິດການນຳພາແລະສິດເປັນເຈົ້າການຂອງການພົວພັນລະຫວ່າງ ສອງຝັ່ງຊ່ອງແຄບ, ຕັ້ງໜ້າຊຸກຍູ້ການແລກປ່ຽນແລະການຮ່ວມມືລະຫວ່າງແຕ່ລະຂົງເຂດ ຂອງສອງຝັ່ງ, ເຊື່ອມໂຍງ ການພັດທະນາ, ຮ່ວມກັນຊຸກຍູ້ຂະບວນການທ້ອນໂຮມ ປະເທດຊາດເຂົ້າເປັນເອກະພາບໂດຍສັນຕິ.