ລົດໄຟຂົນສົ່ງສິນຄ້າຕາມທາງລົດໄຟ-ທາງທະເລຈຳນວນຫຼາຍກວ່າ 25.000 ຖ້ຽວຜ່ານແລວທາງບົກ-ທາງທະເລພາກຕາເວັນຕົກໃໝ່

2024-03-18 15:16:54 cri

ຕອນເຊົ້າວັນທີ 17 ມີນານີ້, ລົດໄຟຂົນສົ່ງສິນຄ້າທາງລົດໄຟ-ທາງທະເລທີ່ບັນທຸກຕູ້ຄອນເທນເນີຈຳນວນ 108 ຕູ້ໄດ້ອອກຈາກສະຖານີສູນຄອນເທນເນີທາງລົດໄຟເມືອງຊິ່ນໂຈ່ວໄປຫາສະຖານີເຊິງຊ່ຽງແຂວງເສສວນ, ຢູ່ເທິງລົດໄຟຖ້ຽວນີ້ໄດ້ບັນທຸກໝາກງາດຳຂອງປະເທດມຽນມາ, ນ້ຳໝາກພ້າວຂອງແຂວງໄຫຫຼຳຈີນ, ນ້ຳຕານຂອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນ ແລະສິນຄ້າອື່ນໆ. ນີ້ແມ່ນລົດໄຟຂົນສົ່ງສິນຄ້າທາງລົດໄຟ-ທາງທະເລຖ້ຽວທີ 2.000 ຜ່ານແລວທາງບົກ-ທາງທະເລພາກຕາເວັນຕົກໃໝ່ໃນປີ 2024, ເພີ່ມຂຶ້ນ 16,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ໄດ້ສຳເລັດໜ້າທີ່ການເປີດລົດໄຟໃນໄຕມາດທີ 1 ກ່ອນເວລາກຳນົດ 14 ວັນ ແລະໄດ້ບັນລຸ “ການເລີ່ມຕົ້ນທີ່ດີ” ໃນໄຕມາດທຳອິດຂອງປີ 2024.