ສອງເດືອນຕົ້ນປີນີ້ ເສດຖະກິດຈີນເຕີບໂຕຢ່າງໝັ້ນທ່ຽງ

2024-03-18 16:45:30 cri


ກົມສະຖິຕິແຫ່ງຊາດຈີນເປີດເຜີຍຕົວເລກສະຖິຕິໃນວັນທີ 18 ມີນານີ້ ໃຫ້ຮູ້ວ່າ: ນັບແຕ່ເດືອນມັງກອນຫາເດືອນກຸມພາປີນີ້, ມູນຄ່າເພີ່ມຂອງວິສາຫະກິດອຸດສາຫະກຳຂະໜາດໃຫຍ່ຂອງຈີນໄດ້ເພີ່ມຂຶ້ນ 7,0% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ການລົງທຶນດ້ານຊັບສິນຄົງທີ່ຕໍ່ອະສັງຫາລິມະຊັບໃນທົ່ວປະເທດໄດ້ເພີ່ມຂຶ້ນ 4,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຍອດມູນຄ່າການນຳເຂົ້າແລະສົ່ງອອກສິນຄ້າໄດ້ເພີ່ມຂຶ້ນ 8,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຍອດມູນຄ່າການຄ້າຂາຍຍ່ອຍປະເພດສິນຄ້າອຸປະໂພກບໍລິໂພກບັນລຸ 8.130 ຕື້ 700 ລ້ານຢວນ, ເພີ່ມຂຶ້ນ 5,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ມູນຄ່າການຄ້າດ້ານການບໍລິການໄດ້ເພີ່ມຂຶ້ນ 12.3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຄວາມຕ້ອງການດ້ານການຜະລິດໄດ້ເພີ່ມຂຶ້ນບົນພື້ນຖານທ່ວງທ່າທີ່ໝັ້ນທ່ຽງ, ຄຸນນະພາບການພັດທະນາໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ການເຄື່ອນໄຫວຂອງເສດຖະກິດສືບຕໍ່ຮັກສາທ່ວງທ່າເພີ່ມຂຶ້ນ ແລະ ມີການເລີ່ມຕົ້ນທີ່ໝັ້ນທ່ຽງ.