ກະຊວງການຕ່າງປະເທດຈີນຕີລາຄາສູງຕໍ່ຄຳເວົ້າຂອງທ່ານປູຕິນທີ່ວ່າ: ບາງປະເທດທີ່ທ້າທາຍເກາະຜິດຕໍ່ຈີນໃນບັນຫາໄຕ້ຫວັນຈະປະລາໄຊຢ່າງແນ່ນອນ

2024-03-19 14:44:11 cri

ທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍກ່າວໃນກອງປະຊຸມຖະແຫຼງຂ່າວພາຍຫຼັງໄດ້ສຳເລັດການເລືອກຕັ້ງປະທານາທິບໍດີຣັດເຊຍວ່າ: ປະເທດບໍ່ເປັນມິດກັບຈີນທີ່ທ້າທາຍເກາະຜິດຕໍ່ຈີນໃນບັນຫາໄຕ້ຫວັນຈະປະລາໄຊຢ່າງແນ່ນອນ. ຕໍ່ກັບເລື່ອງນີ້, ວັນທີ 18 ມີນານີ້, ທ່ານລີນຈ້ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມທີ່ກ່ຽວຂ້ອງໃນກອງປະຊຸມຖະແຫຼງຂ່າວວ່າ: ຈີນຕີລາຄາສູງຕໍ່ຄຳເວົ້າທີ່ກ່ຽວຂ້ອງຂອງທ່ານປູຕິນ ປະທານາທິບໍດີຣັດເຊຍ.

 

ທ່ານລິນຈ້ຽນກ່າວເນັ້ນວ່າ: ຢູ່ໃນໂລກມີພຽງປະເທດຈີນດຽວ, ລັດຖະບານສປ ຈີນແມ່ນລັດຖະບານທີ່ຊອບດ້ວຍກົດໝາຍພຽງໜຶ່ງດຽວທີ່ສາມາດຕາງໜ້າໃຫ້ທົ່ວປະເທດຈີນ, ເຂດໄຕ້ຫວັນເປັນຜືນແຜ່ນດິນຂອງຈີນທີ່ບໍ່ສາມາດຕັດແຍກອອກຈາກຈີນໄດ້ຢ່າງເດັດຂາດ. ນີ້ແມ່ນຄວາມເຫັນທີ່ເປັນເອກະພາບກັນຂອງປະຊາຄົມໂລກ ແລະຫຼັກການພື້ນຖານຂອງການພົວພັນສາກົນທີ່ໄດ້ຮັບການຮັບຮອງໂດຍທົ່ວໄປ.