ທ່ານສີຈິ້ນຜິງເປັນປະທານ ງານສຳມະນາຊຸກຍູ້ໃຫ້ພາກກາງຈີນຈະເລີນຂຶ້ນໃນຍຸກໃຫມ່ ພ້ອມທັງກ່າວຄຳປາໄສທີ່ສຳຄັນ

2024-03-21 15:17:21 cri


ຕອນບ່າຍວັນທີ 20 ມີນານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ເປັນປະທານງານສຳມະນາຊຸກຍູ້ໃຫ້ພາກກາງຈະເລີນຂຶ້ນໃນຍຸກໃຫມ່ ພ້


ອມທັງກ່າວຄຳປາໄສທີ່ສຳຄັນ ຢູ່ນະຄອນຊາງຊ່າແຂວງຫູນານຈີນ. ທ່ານກ່າວເນັ້ນໜັກວ່າ: ພາກກາງແມ່ນແຫຼ່ງຜະລິດທັນຍາຫັນ, ແຫຼ່ງຜະລິດວັດຖຸດິບແລະພະລັງງານ, ແຫຼ່ງຜະລິດອຸປະກອນທັນສະໄໝແລະເປັນເຂດທີ່ມີວິສາຫະກິດຂະແໜງການໄຮເທັກທີ່ສຳຄັນຫຼາຍແຫ່ງເຕົ້າໂຮມກັນ, ທັງເປັນສູນກາງການຂົນສົ່ງສັງລວມ, ມີຖານະສຳຄັນຢູ່ຈີນ. ຄວນປະຕິບັດນະໂຍບາຍແລະມາດຕະການຊຸກຍູ້ໃຫ້ພາກກາງຈີນຈະເລີນຂຶ້ນໃນຍຸກໃຫມ່ຂອງສູນກາງພັກໃຫ້ດີ, ເພື່ອປະກອບເປັນກຳລັງແຮງສັງລວມ ໃນການຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ, ບຸກບືນສູ້ຊົນສ້າງໂສມໜ້າໃໝ່ແຫ່ງຄວາມຈະເລີນຂອງພາກກາງ ໃນຂະບວນການສ້າງ ຄວາມທັນສະໄໝແບບຈີນ.