ເພື່ອນມິດມາແຕ່ທາງໄກ! ກິດຈະກຳແລກປ່ຽນລະຫວ່າງຊາວໜຸ່ມເຍົາວະຊົນຈີນ-ອາເມຣິກາຈັດຂຶ້ນຢູ່ປັກກິ່ງ

2024-03-21 11:02:33 CRI


     ກິດຈະກຳແລກປ່ຽນລະຫວ່າງຊາວໜຸ່ມເຍົາວະຊົນຈີນ-ອາເມຣິກາພາຍໃຕ້ຫົວຂໍ້ມີເພື່ອນມິດມາແຕ່ທາງໄກທີ່ຮ່ວມກັນຈັດຂຶ້ນໂດຍວິທະຍຸໂທລະພາບສູນກາງຈີນ ຫຼື CMG ແລະສະມາຄົມການແລກປ່ຽນລະຫວ່າງນັກຮຽນຊາວໜຸ່ມເຍົາວະຊົນອາເມຣິກາ-ຈີນ ເຊິ່ງເປັນພາກສ່ວນໜຶ່ງຂອງໂຄງການທີ່ໃຫ້ຊາວໜຸ່ມເຍົາວະຊົນອາເມຣິກາ 50.000 ຄົນມາແລກປ່ຽນແລະທັດສະນະສຶກສາຢູ່ຈີນນັ້ນ ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນໃນວັນທີ 18 ມີນານີ້. ທ່ານເສິ້ນໄຫຊົງ ຮອງຫົວໜ້າຄະນະໂຄສະນາອົບຣົມສູນກາງພັກຄອມມູນິດຈີນ ຫົວໜ້າວິທະຍຸໂທລະພາບສູນກາງຈີນ, ທ່ານຣິຊາດ ມູລີ ເຈົ້າຄອງນະຄອນສະຕຣາຄອນ ລັດວໍຊິງຕັນຂອງອາເມຣິກາໄດ້ເຂົ້າຮ່ວມກິດຈະກຳດັ່ງກ່າວ ແລະກ່າວຄຳປາໄສ. ຜູ້ຕາງໜ້າຄູແລະນັກຮຽນຈາກໂຮງຮຽນມັດທະຍົມຫຼາຍແຫ່ງຂອງອາເມຣິກາ ເຊັ່ນ: ໂຮງຮຽນມັດທະຍົມລິນຄອນລັດວໍຊິງຕັນອາເມຣິກາ ແລະອື່ນໆ ພ້ອມດ້ວຍຄະນະສິລະປະໂທລະພາບເຍົາວະຊົນຢີນເຮີຂອງ CMG ລວມເກືອບ 100 ຄົນໄດ້ເຂົ້າຮ່ວມກິດຈະກຳຄັ້ງນີ້.



     ທ່ານເສິ້ນໄຫຊົງກ່າວວ່າ: ທ່ານສີຈິ້ນຜິງ ປະທານປະເທດຈີນຊີ້ໃຫ້ເຫັນວ່າ, ພື້ນຖານແຫ່ງການພົວພັນລະຫວ່າງຈີນ-ອາເມຣິກາແມ່ນຢູ່ກັບພົນລະເຮືອນ, ຄວາມຫວັງຢູ່ກັບປະຊາຊົນ, ອະນາຄົດຢູ່ກັບຊາວໜຸ່ມ, ພະລັງຊີວິດຢູ່ກັບທ້ອງຖິ່ນ. ໄວໜຸ່ມເຍົາວະຊົນແມ່ນພາກສ່ວນທີ່ສຳຄັນໃນຊີວິດ, CMG ກໍແມ່ນສື່ມວນຊົນທີ່ເຕັມໄປດ້ວຍພະລັງຊີວິດແຫ່ງໜຶ່ງ. ເພື່ອນມິດທຸກຄົນທີ່ມາເຂົ້າຮ່ວມກິດຈະກຳໃນມື້ນີ້ລ້ວນແຕ່ແມ່ນພື້ນຖານ ຄວາມຫວັງ ອະນາຄົດ ແລະພະລັງຊີວິດຂອງການພົວພັນລະຫວ່າງຈີນ-ອາເມຣິກາ. ໃຫ້ພວກເຮົາຜູກມິດຕະພາບດ້ວຍຄວາມຈິງໃຈ, ຮ່ຳຮຽນ ແລະຖອດຖອນບົດຮຽນນຳກັນ, ເພີ່ມທະວີມິດຕະພາບລະຫວ່າງປະຊາຊົນສອງຊາດ, ຊຸກຍູ້ໃຫ້ສາຍພົວພັນຈີນ-ອາເມຣິກາຂະຫຍາຍຕົວໄປສູ່ອະນາຄົດທີ່ດີງາມກວ່າເກົ່າ!



     ທ່ານຣິຊາດ ມູລີກ່າວວ່າ: ຫວັງວ່ານັກຮຽນມັດທະຍົມອາເມຣິກາ 24 ຄົນທີ່ມາຢ້ຽມຢາມຈີນໃນຄັ້ງນີ້ຈະກາຍເປັນທູດຊາວໜຸ່ມທີ່ສົ່ງເສີມມິດຕະພາບລະຫວ່າງອາເມຣິກາ-ຈີນ ໂດຍຜ່ານການສຳຜັດຕົວຈິງແລະຊອກຮູ້ຢູ່ຈີນເປັນເວລາ 10 ກວ່າມື້ໃນຄັ້ງນີ້.