ໄຂງານສົນທະນາລະຫວ່າງພັກຄອມມູນິດຈີນແລະພັກການເມືອງອັງກິດຄັ້ງທີ 12 ທີ່ນະຄອນຫຼວງປັກກິ່ງ

2024-03-21 15:26:35 CRI

 

ວັນທີ 20 ມີນານີ້, ງານສົນທະນາລະຫວ່າງພັກຄອມມູນິດຈີນແລະພັກການເມືອງອັງກິດຄັ້ງທີ 12 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງຂອງຈີນ. ສອງຝ່າຍໄດ້ປີ່ນອ້ອມກຫົວຂໍ້ຫຼັກຄື “ເພີ່ມທະວີການແລກປ່ຽນສົນທະນາກັນລະຫວ່າງພັກການເມືອງ, ຊຸກຍູ້ການສ້າງການພົວພັນລະຫວ່າງຈີນ-ອັງກິດຢ່າງໝັ້ນທ່ຽງແລະມີຜົນປະໂຫຍດຮ່ວມກັນ” ເພື່ອດຳເນີນການແລກປ່ຽນທີ່ມີລັກສະນະກົງໄປກົງມາ, ເລິກເຊິ່ງແລະສ້າງສັນ.

 

ສອງຝ່າຍເຫັນວ່າ: ການພັດທະນາການພົວພັນລະຫວ່າງຈີນ-ອັງກິດຢ່າງປອດໃສແລະໝັ້ນທ່ຽງແມ່ນສອດຄ່ອງກັບຜົນປະໂຫຍດຮ່ວມຂອງສອງປະເທດ, ແລະມີຜົນດີຕໍ່ທົ່ວໂລກ. ສອງຝ່າຍຄວນເພີ່ມທະວີການແລກປ່ຽນສົນທະນາກັນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັນ, ເພີ່ມທະວີການຮ່ວມມືດ້ານການຄ້າ, ພະລັງງານແລະຂົງເຂດອື່ນໆ, ຊຸກຍູ້ການແລກປ່ຽນດ້ານວັດທະນະທຳແລະທ້ອງຖິ່ນ, ປະຕິບັດຕໍ່ແລະຄຸ້ມຄອງຄວາມຂັດແຍ້ງກັນຢ່າງຖືກຕ້ອງ, ຮ່ວມກັນປົກປັກຮັກສາສັນຕິພາບແລະສະຖຽນລະພາບຂອງໂລກ.