ທ່ານຮານເຈີ້ງ ຮອງປະທານປະເທດຈີນຈະເຂົ້າຮ່ວມການເຄື່ອນໄຫວທີ່ເປັນສັນຍາລັກຄັ້ງທຳອິດຂອງກິດຈະກຳໃຫຍ່ “ການລົງທຶນຢູ່ຈີນ” ແລະກ່າວຄຳປາໄສ

2024-03-22 10:50:06 cri


ວັນທີ 22 ມີນານີ້, ທ່ານນາງ ຊູ້ເຈ໋ວທີງ ໂຄສົກກະຊວງການຄ້າຈີນປະກາດວ່າ, ທ່ານຮານເຈີ້ງ ຮອງປະທານປະເທດຈີນຈະເຂົ້າຮ່ວມການເຄື່ອນໄຫວທີ່ເປັນສັນຍາລັກຄັ້ງທຳອິດຂອງກິດຈະກຳໃຫຍ່ “ການລົງທຶນຢູ່ຈີນ” ທີ່ຈະຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງໃນວັນທີ 26 ມີນານີ້ ພ້ອມທັງກ່າວຄຳປາໄສ.