ປະທານາທິບໍດີນາອູຣູຈະເດີນທາງມາຢ້ຽມຢາມຈີນ

2024-03-23 14:14:55 cri

ທ່ານນາງຮວ້າຊຸນຢິງ ໂຄສົກກະຊວງການຕ່າງປະເທດຈີນປະກາດວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານສີຈິ້ນຜິງ ປະທານປະເທດຈີນ, ທ່ານແດວິດ ຣານິບົກ ອາເດອັງ ປະທານາທິບໍດີປະເທດສາທາລະນະລັດນາອູຣູຈະເດີນທາງມາຢ້ຽມຢາມຈີນທາງລັດຖະກິດໃນລະຫວ່າງວັນທີ 24 ຫາ 29 ມີນານີ້.

ຕາມຂ່າວແຈ້ງວ່າ: ນີ້ເປັນຄັ້ງທຳອິດທີ່ປະທານາທິບໍດີນາອູຣູຢ້ຽມຢາມຈີນທາງລັດຖະກິດ ນັບແຕ່ຈີນ ແລະ ນາອູຣູຟຶ້ນຟູສາຍພົວພັນທາງການທູດໃນເດືອນມັງກອນປີ 2024 ນີ້ເປັນຕົ້ນມາ.