ໂຄສົກກະຊວງການຕ່າງປະເທດຈີນກ່າວປະນາມຢ່າງຮຸນແຮງຕໍ່ການຫຼອນໂຈມຕີແບບກໍ່ການຮ້າຍທີ່ເກີດຂຶ້ນຢູ່ຣັດເຊຍ

2024-03-23 18:36:48 cri

ມີນັກຂ່າວຖາມວ່າ: ຕອນຄ່ຳວັນທີ 22 ມີນານີ້, ໂຮງດົນຕີ “ເມືອງໂຄຣຄູສ” ທີ່ຢູ່ຊານເມືອງນະຄອນຫຼວງມົສກູຂອງຣັດເຊຍ ໄດ້ເກີດເຫດການໃຊ້ອາວຸດປືນກໍ່ຄວາມຮຸນແຮງ, ເຮັດໃຫ້ມີຜູ້ເສຍຊີວິດແລະບາດເຈັບຢ່າງຫຼວງຫຼາຍ, ລັດຖະບານຈີນມີຄວາມເຫັນແນວໃດຕໍ່ເລື່ອງນີ້?


ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ຈີນສະແດງຄວາມຕື່ນຕົກໃຈເປັນຢ່າງຍິ່ງຕໍ່ເຫດການຫຼອນໂຈມຕີແບບກໍ່ການຮ້າຍທີ່ໜັກໜ່ວງແລະເຮັດໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບເປັນຈຳນວນຫຼວງຫຼາຍ ທີ່ເກີດຂຶ້ນຢູ່ລັດມົສກູຂອງຣັດເຊຍ, ພ້ອມທັງສະແດງຄວາມໄວ້ອາໄລຢ່າງສຸດຊຶ້ງຕໍ່ຜູ້ເສຍຊີວິດ ແລະ ສະແດງຄວາມເຫັນໃຈຕໍ່ຜູ້ບາດເຈັບ ແລະ ຄອບຄົວຜູ້ເສຍຊີວິດ. ຈີນຄັດຄ້ານລັດທິກໍ່ການຮ້າຍທຸກຮູບແບບ, ກ່າວປະນາມຢ່າງຮຸນແຮງຕໍ່ການຫຼອນໂຈມຕີແບບກໍ່ການຮ້າຍ, ເດັດດ່ຽວສະໜັບສະໜູນຄວາມພະຍາຍາມຂອງລັດຖະບານຣັດເຊຍໃນການປົກປັກຮັກສາຄວາມໝັ້ນຄົງ ແລະສະຖຽນລະພາບແຫ່ງຊາດ.