ທ່ານສີຈິ້ນຜິງໄດ້ສົ່ງສານສະແດງຄວາມເຫັນໃຈເຖິງປະທານາທິບໍດີຣັດເຊຍ ກໍລະນີທີ່ຣັດເຊຍເກີດເຫດການຫຼອນໂຈມຕີແບບກໍ່ການຮ້າຍ

2024-03-23 16:23:49 cri

ວັນທີ 23 ມີນານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານສະແດງຄວາມເຫັນໃຈເຖິງທ່ານວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ກໍລະນີເກີດເຫດການຫຼອນໂຈມຕີແບບກໍ່ການຮ້າຍຢ່າງໜັກໜ່ວງ ຢູ່ໃນໂຮງດົນຕີແຫ່ງໜຶ່ງຂອງລັດມົສກູ ແລະ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດແລະບາດເຈັບເປັນຈຳນວນຫຼວງຫຼາຍ.


ສານສະແດງຄວາມເຫັນໃຈຂອງທ່ານສີຈິ້ນຜິງລະບຸວ່າ: ໄດ້ຮັບຂ່າວເສົ້າສະຫຼົດໃຈວ່າຢູ່ໃນໂຮງດົນຕີແຫ່ງໜຶ່ງທີ່ລັດມົສກູຂອງຣັດເຊຍໄດ້ເກີດເຫດການຫຼອນໂຈມຕີແບບກໍ່ການຮ້າຍຢ່າງໜັກໜ່ວງ ແລະ ເຮັດໃຫ້ມີຜູ້ເສຍຊີວິດແລະບາດເຈັບເປັນຈຳນວນຫຼວງຫຼາຍ, ໂດຍຕາງໜ້າລັດຖະບານຈີນ ແລະ ປະຊາຊົນຈີນ, ຂ້າພະເຈົ້າຂໍສະແດງຄວາມໄວ້ອາໄລຢ່າງສຸດຊື້ງຕໍ່ຜູ້ເສຍຊີວິດ ແລະ ສະແດງຄວາມເຫັນໃຈຢ່າງຈິງໃຈຕໍ່ຜູ້ບາດເຈັບ ແລະ ຄອບຄົວຂອງຜູ້ເສຍຊີວິດ.


ສານຂອງທ່ານສີຈິ້ນຜິງຍັງລະບຸຕື່ມວ່າ: ຈີນເດັດດ່ຽວຄັດຄ້ານລັດທິກໍ່ການຮ້າຍທຸກຮູບແບບ, ກ່າວປະນາມຢ່າງຮຸນແຮງຕໍ່ການກະທຳທີ່ຫຼອນໂຈມຕີແບບກໍ່ການຮ້າຍ ແລະ ສະໜັບສະໜູນຄວາມພະຍາຍາມຂອງລັດຖະບານຣັດເຊຍໃນການປົກປັກຮັກສາຄວາມໝັ້ນຄົງແລະສະຖຽນລະພາບຂອງປະເທດຕົນຢ່າງເດັດດ່ຽວ.