ກອງປະຊຸມເວທີເປິກສາຫາລືອາຊີ-ໂປອາວ 2024 ຈະຈັດຂຶ້ນລະຫວ່າງວັນທີ 26 ຫາ 29 ມີນານີ້ຢູ່ເມືອງໂປອາວແຂວງໄຫຫຼຳ

2024-03-24 13:20:03 cri

    ກອງປະຊຸມເວທີເປິກສາຫາລືອາຊີ-ໂປອາວ 2024 ຈະຈັດຂຶ້ນລະຫວ່າງວັນທີ 26 ຫາ 29 ມີນານີ້ຢູ່ເມືອງໂປອາວແຂວງໄຫຫຼຳຈີນ. ໃນກອງປະຊຸມຖະແຫຼງຂ່າວກ່ຽວກັບວຽກງານກະກຽມກອງປະຊຸມເວທີເປິກສາຫາລືອາຊີ-ໂປອາວ 2024 ເປີດເຜີຍໃຫ້ຮູ້ວ່າ, ກອງປະຊຸມເວທີເປິກສາຫາລືປີນີ້ຈະແບ່ງເປັນ 4 ພາກໃຫຍ່ຄື: ເສດຖະກິດໂລກ, ການປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກ, ການພັດທະນາສັງຄົມ ແລະ ການຮ່ວມມືສາກົນ, ຈະປົກຄຸມເຖິງ 40 ກວ່າກອງປະຊຸມຍ່ອຍ.