ທ່ານນາງເຜີງລີ້ຢວນສຳຫຼວດຄົ້ນຄວ້າວຽກງານປ້ອງກັນ ແລະ ປິ່ນປົວວັນນະໂຣກຢູ່ນະຄອນສາງຊ່າແຂວງຫູໜານ

2024-03-24 18:01:54 cri

    ຫວ່າງມໍ່ໆມານີ້, ທ່ານນາງເຜີງລີ້ຢວນ ທູດປະຊາສຳພັນການປ້ອງກັນ ແລະ ປິ່ນປົວວັນນະໂຣກ ແລະ ພະຍາດເອດສຂອງອົງການອະນາໄມໂລກໄດ້ເດີນທາງໄປຖະໜົນຕຸ້ງຈິງເມືອງຢວີຮວ່ານະຄອນສາງຊ່າແຂວງຫູໜານ, ເພື່ອສຳຫຼວດຄົ້ນຄວ້າວຽກງານປ້ອງກັນ ແລະ ປິ່ນປົວວັນລະໂຣກຢູ່ຂັ້ນຮາກຖານ.

    ວັນທີ 24 ມີນານີ້ແມ່ນວັນປ້ອງກັນ ແລະ ປິ່ນປົວວັນນະໂຣກສາກົນຄົບຮອບ29 ປີ ຄຳຂວັນໂຄສະນາຂອງປະເທດຈີນຄື: “ທຸກຄົນສຸມຄວາມພະຍາຍາມຮ່ວມກັນເພື່ອສີ້ນສຸດການແພ່ລະບາດຂອງວັນນະໂຣກ.”